
ໂພທິປັກຂິຍະທັມ ໗
"ພິກຂຸທັງຫລາຍ! ທັມເຫລົ່າໃດທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທຳໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຢືນຍົງ ດຳຣົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ.
ພິກຂຸທັງຫລາຍ! ກໍທັມທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທຳໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຢືນຍົງ ດຳຣົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍເປັນຢ່າງໃດ? ຄື ສະຕິປັຕຖານ ໔, ສັມມັປປະທານ ໔, ອິທທິບາທ ໔, ອິນຊີ ໕, ພະລະ ໕, ໂພຊຊົງຄ໌ ໗, ອະຣິຍະມັຄປະກອບດ້ວຍອົງຄ໌ ໘.
ພິກຂຸທັງຫລາຍ! ທັມເຫລົ່ານີ້ແລ ທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທຳໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຢືນຍົງ ດຳຣົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ."
ທີຄະນິກາຍ ມະຫາວັຄ ໑໐/໙໙/໑໐໗