top of page
Search

ຄວາມເສື່ອມສີລແລະຄວາມເສື່ອມທິຕຖິ ເປັນເຫຕໃຫ້ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ

  • Writer: buddhavacanaword
    buddhavacanaword
  • Oct 7, 2023
  • 1 min read

The Buddha's Words

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໓/໑໓໐


Photo by Eric Ward on Unsplash


ພິກຂຸທັງຫລາຍ! ຄວາມເສື່ອມ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:

ຄວາມເສື່ອມຍາຕ (ຍາຕິພຍະສະນັງ),

ຄວາມເສື່ອມໂພຄະຊັພຍ໌ (ໂພຄັພຍະສະນັງ),

ຄວາມເສື່ອມເພາະໂຣຄ (ໂຣຄັພຍະສະນັງ),

ຄວາມເສື່ອມສີລ (ສີລັພຍະສະນັງ),

ຄວາມເສື່ອມທິຕຖິ (ທິຕຖິພຍະສະນັງ),


ພິກຂຸທັງຫລາຍ! ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະເຫຕແຫ່ງຄວາມເສື່ອມຍາຕ ເພາະເຫຕແຫ່ງຄວາມເສື່ອມໂພຄະຊັພຍ໌ ຫລືເພາະເຫຕແຫ່ງຄວາມເສື່ອມເພາະໂຣຄ ແຕ່ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະເຫຕແຫ່ງຄວາມເສື່ອມສີລ ຫລືເພາະເຫຕແຫ່ງຄວາມເສື່ອມທິຕຖິ.


ພິກຂຸທັງຫລາຍ! ຄວາມເສື່ອມ ໕ ປະກາຣນີ້ແລ.


ພິກຂຸທັງຫລາຍ! ຄວາມເຖິງພ້ອມ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:


ຄວາມເຖິງພ້ອມດ້ວຍຍາຕ (ຍາຕິສັມປະທາ),

ຄວາມເຖິງພ້ອມດ້ວຍໂພຄະຊັພຍ໌ (ໂພຄະສັມປະທາ),

ຄວາມເຖິງພ້ອມດ້ວຍຄວາມບໍ່ມີໂຣຄ (ອາໂຣຄຍະສັມປະທາ),

ຄວາມເຖິງພ້ອມດ້ວຍສີລ (ສີລະສັມປະທາ),

ຄວາມເຖິງພ້ອມດ້ວຍທິຕຖິ (ທິຕຖິສັມປະທາ),


ພິກຂຸທັງຫລາຍ! ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມບໍ່ເຂົ້າເຖິງສຸຄະຕິໂລກສວັນ ເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍຍາຕ ເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍໂພຄະຊັພຍ໌ ຫລືເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍຄວາມບໍ່ມີໂຣຄ, ແຕ່ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ ເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍສີລ ຫລືເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍທິຕຖິ.


ພິກຂຸທັງຫລາຍ! ຄວາມເຖິງພ້ອມ ໕ ປະກາຣນີ້ແລ.



 
 
 

4 Comments

Rated 0 out of 5 stars.
No ratings yet

Add a rating
Guest
Aug 19, 2024

🙏🙏🙏

Like

sengphetkeomounla
Oct 12, 2023
Rated 5 out of 5 stars.

🙏🙏🙏

Like

Thonglouane Keorajavongsay
Thonglouane Keorajavongsay
Oct 08, 2023
Rated 5 out of 5 stars.

🪷🙏🙏🙏🪷ໃນພຣະທັມຄຳສອນຂອງພຣພຕຖາຄົຕ ຂ້ານ້ອຍ

Like

Guest
Oct 07, 2023
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page