The Buddha's words
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໔໘/໔໘
Photo by Dominik Lange on Unsplash
ພິກຂຸທັງຫລາຍ ຖານະ ໕ ປະກາຣນີ້ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ; ໕ ປະກາຣເປັນຢ່າງໃດ? ຄື
ຖານະວ່າ ຂໍສິ່ງທີ່ມີຄວາມແກ່ເປັນທັມມະດາຢ່າແກ່ເລີຍ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ,
ຂໍສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຢ່າເຈັບໄຂ້ເລີຍ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ,
ຂໍສິ່ງທີ່ມີຄວາມຕາຍເປັນທັມມະດາຢ່າຕາຍເລີຍ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ,
ຂໍສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຢ່າສິ້ນໄປເລີຍ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ,
ຂໍສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຢ່າຈິບຫາຍເລີຍ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ,
ພິກຂຸທັງຫລາຍ ສິ່ງທີ່ມີຄວາມແກ່ເປັນທັມມະດາຂອງປຸຖຸຊົນຜູ້ບໍ່ໄດ້ສະດັບຍ່ອມແກ່ໄປ ເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາແກ່ໄປແລ້ວ ເຂົາຍ່ອມບໍ່ພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມແກ່ເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ແກ່ໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມແກ່ເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມແກ່ໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາແກ່ໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາແກ່ໄປແລ້ວ ເຂົາຍ່ອມເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຖືກລູກສອນຄືຄວາມໂສກທີ່ມີພິດສຽບແທງແລ້ວ ຍ່ອມກະທຳຕົນໃຫ້ເດືອດຮ້ອນ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຂອງປຸຖຸຊົນຜູ້ບໍ່ໄດ້ສະດັບຍ່ອມເຈັບໄຂ້ ເມື່ອສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາເຈັບໄຂ້ແລ້ວ ເຂົາຍ່ອມບໍ່ພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ເຈັບໄຂ້ ໂດຍທີ່ແທ້ ສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມເຈັບໄຂ້ທັງສິ້ນ ກໍເມື່ອສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາເຈັບໄຂ້ແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາເຈັບໄຂ້ແລ້ວ ເຂົາຍ່ອມເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຖືກລູກສອນຄືຄວາມໂສກທີ່ມີພິດສຽບແທງແລ້ວ ຍ່ອມກະທຳຕົນໃຫ້ເດືອດຮ້ອນ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມຕາຍເປັນທັມມະດາຂອງປຸຖຸຊົນຜູ້ບໍ່ໄດ້ສະດັບຍ່ອມຕາຍໄປ ເມື່ອສິ່ງທີ່ມີຄວາມຕາຍເປັນທັມມະດາຕາຍໄປແລ້ວ ເຂົາຍ່ອມບໍ່ພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມຕາຍເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ຕາຍໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມຕາຍເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມຕາຍໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມຕາຍເປັນທັມມະດາຕາຍໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມຕາຍເປັນທັມມະດາຕາຍໄປແລ້ວ ເຂົາຍ່ອມເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຖືກລູກສອນຄືຄວາມໂສກທີ່ມີພິດສຽບແທງແລ້ວ ຍ່ອມກະທຳຕົນໃຫ້ເດືອດຮ້ອນ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຂອງປຸຖຸຊົນຜູ້ບໍ່ໄດ້ສະດັບຍ່ອມສິ້ນໄປ ເມື່ອສິ່ງທີ່ມີຄວາມສິ້ນໄປເປັນທັມມະດາສິ້ນໄປແລ້ວ ເຂົາຍ່ອມບໍ່ພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ສິ້ນໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມສິ້ນໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມສິ້ນໄປເປັນທັມມະດາສິ້ນໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມສິ້ນໄປເປັນທັມມະດາສິ້ນໄປແລ້ວ ເຂົາຍ່ອມເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຖືກລູກສອນຄືຄວາມໂສກທີ່ມີພິດສຽບແທງແລ້ວ ຍ່ອມກະທຳຕົນໃຫ້ເດືອດຮ້ອນ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຂອງປຸຖຸຊົນຜູ້ບໍ່ໄດ້ສະດັບຍ່ອມຈິບຫາຍໄປ ເມື່ອສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຈິບຫາຍໄປແລ້ວ ເຂົາຍ່ອມບໍ່ພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ຈິບຫາຍໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມຈິບຫາຍໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຈິບຫາຍໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຈິບຫາຍໄປແລ້ວ ເຂົາຍ່ອມເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຖືກລູກສອນຄືຄວາມໂສກທີ່ມີພິດສຽບແທງແລ້ວ ຍ່ອມກະທຳຕົນໃຫ້ເດືອດຮ້ອນ.
ອະຣິຍະສາວົກຜູ້ໄດ້ສະດັບ
ພິກຂຸທັງຫລາຍ ສ່ວນວ່າສິ່ງທີ່ມີຄວາມແກ່ເປັນທັມມະດາຂອງອະຣິຍະສາວົກຜູ້ໄດ້ສະດັບຍ່ອມແກ່ໄປ ເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາແກ່ໄປແລ້ວ ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມແກ່ເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ແກ່ໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມແກ່ເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມແກ່ໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາແກ່ໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມແກ່ເປັນທັມມະດາແກ່ໄປແລ້ວ ອະຣິຍະສາວົກນັ້ນຍ່ອມບໍ່ເສົ້າໂສກ ບໍ່ລຳບາກ ບໍ່ຮ່ຳໄຮ ບໍ່ທຸບເອິກ ບໍ່ຄ່ຳຄວນ ບໍ່ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ອະຣິຍະສາວົກຜູ້ໄດ້ສະດັບ ຖອນລູກສອນຄືຄວາມໂສກທີ່ມີພິດເປັນເຄື່ອງສຽບແທງປຸຖຸຊົນຜູ້ບໍ່ໄດ້ສະດັບ ທີ່ກະທຳຕົນໃຫ້ເດືອດຮ້ອນນັ້ນ, ອະຣິຍະສາວົກຜູ້ບໍ່ມີຄວາມໂສກ ປາສະຈາກລູກສອນ ຍ່ອມດັບທຸກຂ໌ຮ້ອນໄດ້ດ້ວຍຕົນເອງ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຂອງອະຣິຍະສາວົກຜູ້ໄດ້ສະດັບຍ່ອມເຈັບໄຂ້ ເມື່ອສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາເຈັບໄຂ້ແລ້ວ ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ເຈັບໄຂ້ ໂດຍທີ່ແທ້ ສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມເຈັບໄຂ້ທັງສິ້ນ ກໍເມື່ອສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາເຈັບໄຂ້ແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມເຈັບໄຂ້ເປັນທັມມະດາເຈັບໄຂ້ແລ້ວ ອະຣິຍະສາວົກນັ້ນຍ່ອມບໍ່ເສົ້າໂສກ ບໍ່ລຳບາກ ບໍ່ຮ່ຳໄຮ ບໍ່ທຸບເອິກ ບໍ່ຄ່ຳຄວນ ບໍ່ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ອະຣິຍະສາວົກຜູ້ໄດ້ສະດັບ ຖອນລູກສອນຄືຄວາມໂສກທີ່ມີພິດເປັນເຄື່ອງສຽບແທງປຸຖຸຊົນຜູ້ບໍ່ໄດ້ສະດັບ ທີ່ກະທຳຕົນໃຫ້ເດືອດຮ້ອນນັ້ນ, ອະຣິຍະສາວົກຜູ້ບໍ່ມີຄວາມໂສກ ປາສະຈາກລູກສອນ ຍ່ອມດັບທຸກຂ໌ຮ້ອນໄດ້ດ້ວຍຕົນເອງ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມຕາຍເປັນທັມມະດາຂອງອະຣິຍະສາວົກຜູ້ໄດ້ສະດັບຍ່ອມຕາຍໄປ ເມື່ອສິ່ງທີ່ມີຄວາມຕາຍເປັນທັມມະດາຕາຍໄປແລ້ວ ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມຕາຍເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ຕາຍໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມຕາຍເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມຕາຍໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມຕາຍເປັນທັມມະດາຕາຍແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມຕາຍເປັນທັມມະດາຕາຍແລ້ວ ອະຣິຍະສາວົກນັ້ນຍ່ອມບໍ່ເສົ້າໂສກ ບໍ່ລຳບາກ ບໍ່ຮ່ຳໄຮ ບໍ່ທຸບເອິກ ບໍ່ຄ່ຳຄວນ ບໍ່ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ອະຣິຍະສາວົກຜູ້ໄດ້ສະດັບ ຖອນລູກສອນຄືຄວາມໂສກທີ່ມີພິດເປັນເຄື່ອງສຽບແທງປຸຖຸຊົນຜູ້ບໍ່ໄດ້ສະດັບ ທີ່ກະທຳຕົນໃຫ້ເດືອດຮ້ອນນັ້ນ, ອະຣິຍະສາວົກຜູ້ບໍ່ມີຄວາມໂສກ ປາສະຈາກລູກສອນ ຍ່ອມດັບທຸກຂ໌ຮ້ອນໄດ້ດ້ວຍຕົນເອງ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຂອງອະຣິຍະສາວົກຜູ້ໄດ້ສະດັບຍ່ອມສິ້ນໄປ ເມື່ອສິ່ງທີ່ມີຄວາມສິ້ນໄປເປັນທັມມະດາສິ້ນໄປແລ້ວ ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ສິ້ນໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມສິ້ນໄປເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມສິ້ນໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມສິ້ນໄປເປັນທັມມະດາສິ້ນໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມສິ້ນໄປເປັນທັມມະດາສິ້ນໄປແລ້ວ ອະຣິຍະສາວົກນັ້ນຍ່ອມບໍ່ເສົ້າໂສກ ບໍ່ລຳບາກ ບໍ່ຮ່ຳໄຮ ບໍ່ທຸບເອິກ ບໍ່ຄ່ຳຄວນ ບໍ່ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ອະຣິຍະສາວົກຜູ້ໄດ້ສະດັບ ຖອນລູກສອນຄືຄວາມໂສກທີ່ມີພິດເປັນເຄື່ອງສຽບແທງປຸຖຸຊົນຜູ້ບໍ່ໄດ້ສະດັບ ທີ່ກະທຳຕົນໃຫ້ເດືອດຮ້ອນນັ້ນ, ອະຣິຍະສາວົກຜູ້ບໍ່ມີຄວາມໂສກ ປາສະຈາກລູກສອນ ຍ່ອມດັບທຸກຂ໌ຮ້ອນໄດ້ດ້ວຍຕົນເອງ.
ພິກຂຸທັງຫລາຍ ອີກປະກາຣໜຶ່ງ ສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຂອງອະຣິຍະສາວົກຜູ້ໄດ້ສະດັບຍ່ອມຈິບຫາຍໄປ ເມື່ອສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຈິບຫາຍໄປແລ້ວ ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບໍ່ແມ່ນສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຂອງເຮົາຜູ້ດຽວເທົ່ານັ້ນທີ່ຈິບຫາຍໄປ ໂດຍທີ່ແທ້ ສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຂອງສັຕທັງປວງທີ່ມີກາຣມາ ກາຣໄປ ກາຣຈຸຕິ ກາຣອຸບັຕ ຍ່ອມຈິບຫາຍໄປທັງສິ້ນ ກໍເມື່ອສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຈິບຫາຍໄປແລ້ວ ເຮົາຈະມາເສົ້າໂສກ ລຳບາກ ຮ່ຳໄຮ ທຸບເອິກ ຄ່ຳຄວນ ເຖິງຄວາມຫລົງໄຫລ ແມ່ນແຕ່ອາຫາຣກໍບໍ່ຢາກຮັບປະທານ ກາຍກໍເສົ້າໝອງ ຊູບຜອມ ກາຣງານກໍຢຸດຊະງັກ ພວກອະມິຕກໍດີໃຈ ມິຕສະຫາຍກໍເສຍໃຈ ດັ່ງນີ້.
ເມື່ອສິ່ງທີ່ມີຄວາມຈິບຫາຍໄປເປັນທັມມະດາຈິບຫາຍໄປແລ້ວ ອະຣິຍະສາວົກນັ້ນຍ່ອມບໍ່ເສົ້າໂສກ ບໍ່ລຳບາກ ບໍ່ຮ່ຳໄຮ ບໍ່ທຸບເອິກ ບໍ່ຄ່ຳຄວນ ບໍ່ເຖິງຄວາມຫລົງໄຫລ ນີ້ຮຽກວ່າ ອະຣິຍະສາວົກຜູ້ໄດ້ສະດັບ ຖອນລູກສອນຄືຄວາມໂສກທີ່ມີພິດເປັນເຄື່ອງສຽບແທງປຸຖຸຊົນຜູ້ບໍ່ໄດ້ສະດັບ ທີ່ກະທຳຕົນໃຫ້ເດືອດຮ້ອນນັ້ນ, ອະຣິຍະສາວົກຜູ້ບໍ່ມີຄວາມໂສກ ປາສະຈາກລູກສອນ ຍ່ອມດັບທຸກຂ໌ຮ້ອນໄດ້ດ້ວຍຕົນເອງ.
ພິກຂຸທັງຫລາຍ ຖານະ ໕ ປະກາຣນີ້ແລ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກບໍ່ໄດ້ສົມປາຖນາ.
ປະໂຍຊນ໌ແມ່ນພຽງເລັກນ້ອຍໃນໂລກນີ້ ອັນໃຜໆຍ່ອມບໍ່ໄດ້ເພາະກາຣເສົ້າໂສກ ເພາະກາຣຄ່ຳຄວນ ພວກອະມິຕຊາບວ່າເຂົາເສົ້າໂສກ ເປັນທຸກຂ໌ ຍ່ອມດີໃຈ ກໍຄາວໃດ ບັນດິຕຜູ້ພິຈາຣະນາຮູ້ເນື້ອຄວາມ ຍ່ອມບໍ່ຫວັ່ນໄຫວໃນອັນຕະລາຍທັງໝົດ ຄາວນັ້ນ ພວກອະມິຕເຫັນໜ້າອັນບໍ່ຜິດປົກກະຕິຂອງບັນດິຕນັ້ນ ຍິ້ມແຍ້ມຕາມເຄີຍ ຍ່ອມເປັນທຸກຂ໌.
ບັນດິຕຍ່ອມໄດ້ປະໂຍຊນ໌ໃນທີ່ໃດໆ ດ້ວຍປະກາຣໃດໆ ເພາະກາຣສັນລະເສີນ ເພາະຄວາມຮູ້ ເພາະກາຣກ່າວຄຳສຸພາສິຕ ເພາະກາຣບຳເພັນທານ ຫລືເພາະປະເພນີຂອງຕົນ ກໍຍ່ອມບາກບັ່ນໃນທີ່ນັ້ນໆ ດ້ວຍປະກາຣນັ້ນໆ ຖ້າຊາບວ່າ ຄວາມຕ້ອງກາຣຢ່າງນີ້ອັນເຮົາ ຫລືຜູ້ອື່ນຍ່ອມບໍ່ໄດ້ ກໍບໍ່ຄວນເສົ້າໂສກ ຄວນຕັ້ງໃຈກະທຳກາຣງານເດັດຂາດວ່າ ບັດນີ້ເຮົາເຮັດຫຍັງຢູ່ ດັ່ງນີ້.
ສາທຸ ສາທຸ ສາທຸ
🙏🙏🙏ສາທຸຂ້ານ້ອຍ
🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະສາສະດາ ຂ້ານ້ອຍ