The Buddha's words
ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໕໘-໖໐/໔໘-໕໐
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ກໍສມັຍນັ້ນແລ ກຸລະບຸຕຊື່ ພາຫິຍະທາຣຸຈີຣິຍະ ອາສັຍຢູ່ທີ່ທ່າສຸປປາຣະກະ ໃກ້ຝັ່ງສະມຸທ ເຂົາເປັນຜູ້ທີ່ມະຫາຊົນສັກກາຣະ ເຄົາຣົພ ນັບຖື ບູຊາ ຢຳເກງ ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ.
ຄັ້ງນັ້ນແລ ພາຫິຍະທາຣຸຈີຣິຍະຫລີກເຣັ້ນຢູ່ໃນທີ່ລັບ ເກີດຄວາມປະຣິວິຕົກແຫ່ງໃຈຢ່າງນີ້ວ່າ:
ເຮົາເປັນຄົນໜຶ່ງໃນຈຳນວນພຣະອະຣະຫັນຕ໌ຫລືຜູ້ບັນລຸອະຣະຫັນຕະມັຄໃນໂລກ.
ລຳດັບນັ້ນແລ ເທວະດາຜູ້ເປັນຍາຕສາຍໂລຫິຕໃນກາລກ່ອນຂອງພາຫິຍະທາຣຸຈີຣິຍະ ເປັນຜູ້ອະນຸເຄາະ ຫວັງປະໂຍຊນ໌ ໄດ້ຊາບຄວາມປະຣິວິຕົກແຫ່ງໃຈຂອງພາຫິຍະທາຣຸຈີຣິຍະດ້ວຍໃຈແລ້ວ ເຂົ້າໄປຫາ ຄັນແລ້ວໄດ້ກ່າວວ່າ:
ພາຫິຍະ! ທ່ານບໍ່ເປັນພຣະອະຣະຫັນຕ໌ຫລືບໍ່ເປັນຜູ້ເຖິງອະຣະຫັນຕະມັຄຢ່າງແນ່ນອນ ທ່ານບໍ່ມີປະຕິປະທາທີ່ທຳໃຫ້ເປັນພຣະອະຣະຫັນຕ໌ຫລືທຳໃຫ້ເປັນຜູ້ເຖິງອະຣະຫັນຕະມັຄ.
ພາຫິຍະທາຣຸຈີຣິຍະຖາມວ່າ:
ເມື່ອເປັນຢ່າງນັ້ນ ບັດນີ້ ໃຜໜໍເປັນພຣະອະຣະຫັນຕ໌ຫລືເປັນຜູ້ເຖິງອະຣະຫັນຕະມັຄໃນໂລກກັບເທວະໂລກ?
ເທວະດາຕອບວ່າ:
ພາຫິຍະ! ໃນຊົນບົທທາງເໜືອ ມີນະຄອຣຊື່ວ່າ ສາວັຕຖີ ບັດນີ້ ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະພຣະອົງຄ໌ນັ້ນ ປະທັບຢູ່ໃນພຣະນະຄອຣນັ້ນ. ພາຫິຍະ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນແລ ເປັນພຣະອະຣະຫັນຕ໌ຢ່າງແນ່ນອນ ທັງສະແດງທັມເພື່ອຄວາມເປັນພຣະອະຣະຫັນຕ໌ດ້ວຍ.
ລຳດັບນັ້ນແລ ພາຫິຍະທາຣຸຈີຣິຍະຜູ້ທີ່ເທວະດານັ້ນໃຫ້ຄວາມສລົດໃຈແລ້ວ ຫລີກໄປຈາກທ່າສຸປປາຣະກະ. ໃນທັນໃດນັ້ນເອງ ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄຜູ້ປະທັບຢູ່ໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ໂດຍກາຣພັກແຮມຄືນພຽງສິ້ນຣາຕຣີດຽວໃນທີ່ທັງປວງ.
ກໍສມັຍນັ້ນແລ ພິກຂຸຈຳນວນຫລາຍຈົງກົມຢູ່ໃນທີ່ແຈ້ງ ພາຫິຍະເຂົ້າໄປຫາພິກຂຸທັງຫລາຍເຖິງທີ່ຢູ່ ຄັນແລ້ວໄດ້ຖາມພິກຂຸເຫລົ່ານັ້ນວ່າ:
ຂ້າແຕ່ທ່ານທັງຫລາຍຜູ້ຈະເຣີນ! ບັດນີ້ ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະປະທັບຢູ່ທີ່ໃດໜໍ ຂ້ານ້ອຍປະສົງຈະເຂົ້າເຝົ້າພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະພຣະອົງຄ໌ນັ້ນ?
ພິກຂຸເຫລົ່ານັ້ນຕອບວ່າ:
ພາຫິຍະ! ພຣະຜູ້ມີພຣະພາຄສະເດັຈເຂົ້າໄປສູ່ລະແວກບ້ານເພື່ອບິນທະບາຕ.
ລຳດັບນັ້ນແລ ພາຫິຍະທາຣຸຈີຣິຍະຮີບດ່ວນອອກຈາກພຣະວິຫາຣເຊຕະວັນ ເຂົ້າໄປໃນພຣະນະຄອຣສາວັຕຖີ ໄດ້ເຫັນພຣະຜູ້ມີພຣະພາຄກຳລັງສະເດັຈທ່ຽວບິນທະບາຕໃນພຣະນະຄອຣສາວັຕຖີ ໜ້າເຫລື້ອມໃສ ຄວນເຫລື້ອມໃສ ມີອິນຊີສງົບ ມີພຣະທັຍສງົບ ເຖິງຄວາມຝຶກແລະຄວາມສງົບອັນສູງສຸດ ມີຕົນອັນຝຶກແລ້ວ ຄຸ້ມຄອງແລ້ວ ມີອິນຊີສັງຣວມແລ້ວ ເປັນຜູ້ປະເສີດ ແລ້ວເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ໝອບລົງແທບພຣະບາທຂອງພຣະຜູ້ມີພຣະພາຄດ້ວຍສຽນເກົ້າ ແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດສະແດງທັມແກ່ຂ້ານ້ອຍດ້ວຍເຖີດ ຂໍພຣະສຸຄົຕໂປດສະແດງທັມທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂສິ້ນກາລະນານແກ່ຂ້ານ້ອຍດ້ວຍເຖີດ.
ເມື່ອພາຫິຍະທາຣຸຈີຣິຍະກຣາບທູລຢ່າງນີ້ແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:
ພາຫິຍະ! ເວລານີ້ຍັງບໍ່ສົມຄວນ ເພາະເຮົາຍັງເຂົ້າໄປສູ່ໝູ່ບ້ານເພື່ອບິນທະບາຕຢູ່.
ພາຫິຍະທາຣຸຈີຣິຍະກໍໄດ້ກຣາບທູລເປັນຄັ້ງທີ ໒ ວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍຄວາມເປັນໄປທີ່ອັນຕຣາຍແກ່ຊີວິຕຂອງພຣະຜູ້ມີພຣະພາຄກໍດີ ຄວາມເປັນໄປທີ່ອັນຕຣາຍແກ່ຊີວິຕຂອງຂ້ານ້ອຍກໍດີ ຮູ້ໄດ້ຍາກ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດສະແດງທັມແກ່ຂ້ານ້ອຍດ້ວຍເຖີດ ຂໍພຣະສຸຄົຕໂປດສະແດງທັມທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂສິ້ນກາລະນານແກ່ຂ້ານ້ອຍດ້ວຍເຖີດ.
ເມື່ອພາຫິຍະທາຣຸຈີຣິຍະກຣາບທູລຢ່າງນີ້ແລ້ວ ພຣະຜູ້ມີພຣະພາຄກໍໄດ້ຕຣັສວ່າ:
ພາຫິຍະ! ເວລານີ້ຍັງບໍ່ສົມຄວນ ເພາະເຮົາຍັງເຂົ້າໄປສູ່ໝູ່ບ້ານເພື່ອບິນທະບາຕຢູ່.
ແມ່ນແຕ່ຄັ້ງທີ ໓ ພາຫິຍະທາຣຸຈີຣິຍະກໍໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍຄວາມເປັນໄປທີ່ອັນຕຣາຍແກ່ຊີວິຕຂອງພຣະຜູ້ມີພຣະພາຄກໍດີ ຄວາມເປັນໄປທີ່ອັນຕຣາຍແກ່ຊີວິຕຂອງຂ້ານ້ອຍກໍດີ ຮູ້ໄດ້ຍາກ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດສະແດງທັມແກ່ຂ້ານ້ອຍດ້ວຍເຖີດ ຂໍພຣະສຸຄົຕໂປດສະແດງທັມທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂສິ້ນກາລະນານແກ່ຂ້ານ້ອຍດ້ວຍເຖີດ.
ພາຫິຍະ! ເພາະເຫຕນັ້ນແລ ທ່ານຄວນສຶກສາຢ່າງນີ້ວ່າ:
ເມື່ອເຫັນ ກໍເປັນພຽງແຕ່ວ່າເຫັນ;
ເມື່ອໄດ້ຍິນ ກໍເປັນພຽງແຕ່ວ່າໄດ້ຍິນ;
ເມື່ອຮູ້ສຶກ ກໍເປັນພຽງແຕ່ວ່າຮູ້ສຶກ;
ເມື່ອຮູ້ແຈ້ງ ກໍເປັນພຽງແຕ່ວ່າຮູ້ແຈ້ງ.
ພາຫິຍະ ທ່ານຄວນສຶກສາຢ່າງນີ້ແລ.
ພາຫິຍະ! ໃນກາລໃດແລ ເມື່ອທ່ານເຫັນ ກໍເປັນພຽງແຕ່ວ່າເຫັນ; ເມື່ອໄດ້ຍິນ ກໍເປັນພຽງແຕ່ວ່າໄດ້ຍິນ; ເມື່ອຮູ້ສຶກ ກໍເປັນພຽງແຕ່ວ່າຮູ້ສຶກ; ເມື່ອຮູ້ແຈ້ງ ກໍເປັນພຽງແຕ່ວ່າຮູ້ແຈ້ງ ໃນກາລນັ້ນ ຕົວທ່ານຍ່ອມບໍ່ມີ, ໃນກາລໃດຕົວທ່ານບໍ່ມີ; ໃນກາລນັ້ນ ທ່ານຍ່ອມບໍ່ມີໃນໂລກນີ້ ຍ່ອມບໍ່ມີໃນໂລກອື່ນ ຍ່ອມບໍ່ມີໃນລະຫວ່າງແຫ່ງໂລກທັງສອງ ນັ້ນແຫລະຄືທີ່ສຸດແຫ່ງທຸກຂ໌.
ລຳດັບນັ້ນ ຈິຕຂອງພາຫິຍະທາຣຸຈີຣິຍະກຸລະບຸຕກໍຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນໃນຂະນະນັ້ນ ດ້ວຍພຣະທັມມະເທສນາໂດຍຫຍໍ້ຂອງພຣະຜູ້ມີພຣະພາຄ. ພາຍຫລັງທີ່ພຣະຜູ້ມີພຣະພາຄຕຣັສສອນພາຫິຍະທາຣຸຈີຣິຍະກຸລະບຸຕດ້ວຍພຣະໂອວາທໂດຍຫຍໍ້ນີ້ແລ້ວ ກໍສະເດັຈຫລີກໄປ.
ເມື່ອພຣະຜູ້ມີພຣະພາຄສະເດັຈຫລີກໄປແລ້ວບໍ່ນານ ງົວແມ່ລູກອ່ອນໄດ້ຊົນພາຫິຍະທາຣຸຈີຣິຍະລົ້ມລົງເສຍຊີວິຕ.
ເມື່ອພຣະຜູ້ມີພຣະພາຄສະເດັຈທ່ຽວບິນທະບາຕໃນພຣະນະຄອຣສາວັຕຖີ ພາຍຫລັງສະເດັຈກັບຈາກບິນທະບາຕໃນເວລາປັຈສາພັຕ ກໍສະເດັຈອອກຈາກພຣະນະຄອຣພ້ອມກັບພິກຂຸຈຳນວນຫລາຍ ໄດ້ທອດພຣະເນຕເຫັນພາຫິຍະທາຣຸຈີຣິຍະທຳກາລະແລ້ວ ຈິ່ງຕຣັສກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງຊ່ວຍກັນຍົກສະຣີຣະຂອງພາຫິຍະທະຣຸຈີຣິຍະຂຶ້ນສູ່ຕຽງ ແລ້ວຈົ່ງນຳໄປເຜົາເສຍ ແລະຈົ່ງເຮັດສະຖູບໄວ້.
ພິກຂຸທັງຫລາຍ! ພາຫິຍະທາຣຸຈີຣິຍະປະພຶຕທັມອັນປະເສີດສະເໝີກັບພວກເຈົ້າທັງຫລາຍທຳກາລະແລ້ວ.
ພິກຂຸເຫລົ່ານັ້ນທູລຮັບຄຳຂອງພຣະຜູ້ມີພຣະພາຄແລ້ວ ກໍຊ່ວຍກັນຍົກສະຣີຣະຂອງພາຫິຍະທາຣຸຈີຣິຍະຂຶ້ນສູ່ຕຽງ ແລ້ວນຳໄປເຜົາ ແລະເຮັດສະຖູບໄວ້ ແລ້ວເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ສະຣີຣະຂອງພາຫິຍະທາຣຸຈີຣິຍະພວກຂ້ານ້ອຍທັງຫລາຍເຜົາແລ້ວ ແລະສະຖູບຂອງພາຫິຍະທາຣຸຈີຣິຍະນັ້ນ ພວກຂ້ານ້ອຍທັງຫລາຍເຮັດໄວ້ແລ້ວ ຄະຕິຂອງພາຫິຍະທາຣຸຈີຣິຍະນັ້ນເປັນແນວໃດ ພົພໜ້າຂອງເຂົາເປັນຢ່າງໃດ ພຣະອົງຄ໌ຜູ້ຈະເຣີນ?
ພິກຂຸທັງຫລາຍ! ພາຫິຍະທາຣຸຈີຣິຍະເປັນບັນດິຕປະຕິບັຕທັມສົມຄວນແກ່ທັມ ທັງບໍ່ເຮັດໃຫ້ເຮົາລຳບາກເພາະເຫຕແຫ່ງກາຣສະແດງທັມ.
ພິກຂຸທັງຫລາຍ! ພາຫິຍະທາຣຸຈີຣິຍະປະຣິນິພພານແລ້ວ.
ຄັ້ງນັ້ນ, ພຣະຜູ້ມີພຣະພາຄຊົງຕຣັສເນື້ອຄວາມນີ້ແລ້ວ ຊົງເປັ່ງອຸທານໃນເວລານັ້ນວ່າ:
“ດິນ ນ້ຳ ໄຟ ລົມ ຍ່ອມບໍ່ຢັ່ງລົງໃນນິພພານທາຕໃດ ໃນນິພພານທາຕນັ້ນ ດວງດາວທັງຫລາຍຍ່ອມບໍ່ສ່ອງແສງ ພຣະອາທິຕຍ່ອມບໍ່ປາກົຕ ດວງຈັນທ໌ຍ່ອມບໍ່ສະວ່າງ ຄວາມມືດຍ່ອມບໍ່ມີ ກໍເມື່ອໃດພຣາມນ໌ຜູ້ຊື່ວ່າເປັນມຸນີເພາະຮູ້ແລ້ວດ້ວຍຕົນ ເມື່ອນັ້ນ ພຣາມນ໌ຍ່ອມຫລຸດພົ້ນຈາກຣູປແລະອະຣູປ ພົ້ນແລ້ວຈາກສຸຂແລະທຸກຂ໌.”
🙏🙏🙏
🙏🙏🙏ສາທຸ
🌷🙏🙏🙏🌷ໃນພຣະທັມຄຳສອນອັນປະເສີດຂອງພຣະຕຖາຄົຕຂ້ານ້ອຍ
Sadhu sadhu for the Buddha’s words