The Buddha's words
ຂຸທທະກະນິກາຍ. ຂຸທທ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໒໑໗-໒໑໘/໒໕໔
ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣ ຈຶ່ງຮັກສາສີລ; ໓ ປະກາຣເປັນຢ່າງໃດ? ຄື ບັນດິຕປາຖນາຢູ່ວ່າ:
ຂໍຄວາມສັນລະເສີນຈົ່ງມາເຖິງເຮົາ,
ຂໍໂພຄະສົມບັຕຈົ່ງເກີດຂຶ້ນແກ່ເຮົາ,
ເມື່ອແຕກກາຍຕາຍໄປ ຂໍເຮົາໄດ້ເຂົ້າເຖິງສຸຄະຕິໂລກສວັນ,
ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣນີ້ແລ ຈຶ່ງຮັກສາສີລ.
ຊົນຜູ້ມີປັນຍາປາຖນາຄວາມສຸຂ ໓ ປະກາຣຄື ຄວາມສັນລະເສີນ, ກາຣໄດ້ມາເຊິ່ງໂພຄະຊັພຍ໌ເຄື່ອງປຶ້ມໃຈ, ຄວາມບັນເທີງໃນສວັນໃນໂລກໜ້າ ຈຶ່ງຮັກສາສີລ.
ຖ້າວ່າບຸຄຄົລບໍ່ກະທຳຄວາມຊົ່ວ ແຕ່ເຂົ້າໄປສະມາຄົມກັບບຸຄຄົລຜູ້ກະທຳຄວາມຊົ່ວຢູ່ ບຸຄຄົລນັ້ນເປັນຜູ້ທີ່ຄົນເຂົາລັງກຽດເພາະຄວາມຊົ່ວ ແລະໂທສຂອງບຸຄຄົລຜູ້ສະມາຄົມກັບຄົນຊົ່ວນີ້ຍ່ອມງອກງາມ.
ບຸຄຄົລທີ່ກະທຳຄົນເຊັ່ນໃດໃຫ້ເປັນມິຕ ແລະເຂົ້າໄປສະມາຄົມກັບຄົນເຊັ່ນໃດ ບຸຄຄົລນັ້ນແຫລະຊື່ວ່າເປັນເຊັ່ນດຽວກັບບຸຄຄົລນັ້ນ ເພາະເຫຕແຫ່ງກາຣຢູ່ຮ່ວມກັນ.
ຄົນຊົ່ວຊ້ອງເສພບຸຄຄົລອື່ນຜູ້ບໍຣິສຸທໂດຍປົກກະຕິຢູ່ ຍ່ອມກະທຳບຸຄຄົລຜູ້ບໍຣິສຸທໂດຍປົກກະຕິທີ່ຊ້ອງເສພຕົນໃຫ້ຕິດເປື້ອນດ້ວຍຄວາມຊົ່ວ ເໝືອນລູກສອນທີ່ແຊ່ຢາພິດ ຖືກຢາພິດຕິດເປື້ອນແລ້ວ ຍ່ອມກະທຳໂບກລູກສອນທີ່ບໍ່ຕິດເປື້ອນ ໃຫ້ຕິດເປື້ອນດ້ວຍຢາພິດ ສັນນັ້ນ.
ຜູ້ມີປັນຍາຍ່ອມບໍ່ມີຄົນຊົ່ວເປັນເພື່ອນເລີຍ ເພາະຄວາມຢ້ານກົວຄວາມເປິເປື້ອນ.
ຄົນໃດຫໍ່ປາເນົ່າໄວ້ດ້ວຍໃບຫຍ້າຄາ ຫຍ້າຄາຂອງຄົນນັ້ນຍ່ອມມີກິ່ນເໝັນຟຸ້ງໄປ ກາຣເຂົ້າໄປສະມາຄົມກັບຄົນພາລຍ່ອມເປັນເຊັ່ນນັ້ນ.
ສ່ວນຄົນໃດຫໍ່ກິດສນາໄວ້ດ້ວຍໃບໄມ້ ແມ່ນແຕ່ໃບໄມ້ຂອງຄົນນັ້ນຍ່ອມມີກິ່ນຫອມຟຸ້ງໄປ ກາຣເຂົ້າໄປສະມາຄົມກັບບັນດິຕຍ່ອມເປັນເຊັ່ນນັ້ນ.
ເພາະສະນັ້ນ ບັນດິຕຮູ້ຄວາມສຳເຣັຈຜົລແຫ່ງຕົນເໝືອນຫໍ່ໃບໄມ້ແລ້ວ ຍ່ອມບໍ່ເຂົ້າໄປສະມາຄົມກັບອະສັປບຸຣຸສ ຍ່ອມສະມາຄົມກັບສັປບຸຣຸສ ເພາະວ່າ ອະສັປບຸຣຸສຍ່ອມນຳໄປສູ່ນະຣົກ ສັປບຸຣຸສຍ່ອມນຳໄປສູ່ສຸຄະຕິ.
🌷🙏🙏🙏🌷ໃນທັມຂ້ານ້ອຍ
🙏🙏🙏 ສາທຸໆ