ວິໂມກຂ໌ ໘ ປະກາຣ
- buddhavacanaword
- Oct 18, 2024
- 1 min read
The Buddha's words
ອັງຄຸຕຕຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໔໒-໒໔໓/໑໖໓

Photo by Josh Williams on Unsplash
ພິກຂຸທັງຫລາຍ! ວິໂມກຂ໌ ໘ ປະກາຣນີ້, ໘ ປະກາຣເປັນຢ່າງໃດ?
ຜູ້ມີຣູປ ຍ່ອມເຫັນຣູປທັງຫລາຍ ນີ້ເປັນວິໂມກຂ໌ປະກາຣທີ ໑
ບຸຄຄົລມີອະຣູປສັນຍາໃນພາຍໃນ ຍ່ອມເຫັນຣູປທັງຫລາຍໃນພາຍນອກ ນີ້ເປັນວິໂມກຂ໌ປະກາຣທີ ໒
ບຸຄຄົລທີ່ນ້ອມໃຈໄປວ່າ ງາມ (ສຸພັນເຕວະ ອະທິມຸຕໂຕ ໂຫຕິ) ນີ້ເປັນວິໂມກຂ໌ປະກາຣທີ ໓
ເພາະລ່ວງຣູປສັນຍາໂດຍປະກາຣທັງປວງ ເພາະດັບປະຕິຄະສັນຍາ ເພາະບໍ່ໃສ່ໃຈໃນນານັຕຕະສັນຍາ ຍ່ອມບັນລຸອາກາສານັນຈາຍະຕະນະ ໂດຍມະນະສິກາຣວ່າ ອາກາສບໍ່ມີທີ່ສຸດ ນີ້ເປັນວິໂມກຂ໌ປະກາຣທີ ໔
ເພາະລ່ວງອາກາສານັນຈາຍະຕະນະໂດຍປະກາຣທັງປວງ ຍ່ອມບັນລຸວິນຍານັນຈາຍະຕະນະ ໂດຍມະນະສິກາຣວ່າ ວິນຍານບໍ່ມີທີ່ສຸດ ນີ້ເປັນວິໂມກຂ໌ປະກາຣທີ ໕
ເພາະລ່ວງວິນຍານັນຈາຍະຕະນະໂດຍປະກາຣທັງປວງ ຍ່ອມບັນລຸອາກິນຈັນຍາຍະຕະນະ ໂດຍມະນະສິກາຣວ່າ ບໍ່ມີອັນໃດໆ ນີ້ເປັນວິໂມກຂ໌ປະກາຣທີ ໖
ເພາະລ່ວງອາກິນຈັນຍາຍະຕະນະໂດຍປະກາຣທັງປວງ ຍ່ອມບັນລຸເນວະສັນຍານາສັນຍາຍະຕະນະ ນີ້ເປັນວິໂມກຂ໌ປະກາຣທີ ໗
ເພາະລ່ວງເນວະສັນຍານາສັນຍາຍະຕະນະໂດຍປະກາຣທັງປວງ ຍ່ອມບັນລຸສັນຍາເວທະຍິຕະນິໂຣທ ນີ້ເປັນວິໂມກຂ໌ປະກາຣທີ ໘
ພິກຂຸທັງຫລາຍ! ວິໂມກຂ໌ ໘ ປະກາຣນີ້ແລ.
🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕຂ້ານ້ອຍ
ສາທຸ ສາທຸ ສາທຸ
🙏🏻🙏🏻🙏🏻ສາທຸຂ້ານ້ອຍ
🌷🙏🙏🙏🌷ໃນພຣະທັມຄຳສອນ ຂອງພຣະຕຖາຄົຕຂ້ານ້ອຍ