top of page

ສັມມັປປະທານ ໔

Writer: buddhavacanawordbuddhavacanaword

Updated: Sep 9, 2023

ສາວັຕຖີນິທານ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍແລ້ວຕຣັສວ່າ:


ພິກຂຸທັງຫລາຍ! ສັມມັປປະທານ ໔ ເຫລົ່ານີ້, ສັມມັປປະທານ ໔ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມບໍ່ເກີດຂຶ້ນແຫ່ງອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດຂຶ້ນ,


ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ,


ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມເກີດຂຶ້ນແຫ່ງກຸສົລທັມທັງຫລາຍທີ່ຍັງບໍ່ເກີດຂຶ້ນ,


ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູລ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.


ພິກຂຸທັງຫລາຍ! ສັມມັປປະທານ ໔ ເປັນຢ່າງນີ້ແລ.


ພິກຂຸທັງຫລາຍ! ແມ່ນ້ຳຄົງຄາໄຫລໄປສູ່ທິສປາຈີນ ຫລັ່ງໄປສູ່ທິສປາຈີນ ໂອນໄປສູ່ທິສປາຈີນ ສັນໃດ; ພິກຂຸຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຍ່ອມເປັນຜູ້ນ້ອມໄປສູ່ນິພພານ ໂນ້ມໄປສູ່ນິພພານ ໂອນໄປສູ່ນິພພານ ສັນນັ້ນເໝືອນກັນ.



ພິກຂຸທັງຫລາຍ! ພິກຂຸຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຢ່າງໃດໜໍ ຍ່ອມເປັນຜູ້ນ້ອມໄປສູ່ນິພພານ ໂນ້ມໄປສູ່ນິພພານ ໂອນໄປສູ່ນິພພານ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມບໍ່ເກີດຂຶ້ນແຫ່ງອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດຂຶ້ນ,


ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ,


ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມເກີດຂຶ້ນແຫ່ງກຸສົລທັມທັງຫລາຍທີ່ຍັງບໍ່ເກີດຂຶ້ນ,


ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູລ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.


ພິກຂຸທັງຫລາຍ! ພິກຂຸຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຢ່າງນີ້ແລ ຍ່ອມເປັນຜູ້ນ້ອມໄປສູ່ນິພພານ ໂນ້ມໄປສູ່ນິພພານ ໂອນໄປສູ່ນິພພານ.


ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໖໓/໑໐໙໐-໑໐໙໒

 
 
 

4 commenti

Valutazione 0 stelle su 5.
Non ci sono ancora valutazioni

Aggiungi una valutazione
Ospite
26 feb
Valutazione 5 stelle su 5.

ສາທຸ ສາທຸ ສາທຸ

Mi piace

Ospite
02 set 2024
Valutazione 5 stelle su 5.

🙏🙏🙏

Mi piace

Ospite
08 nov 2023
Valutazione 5 stelle su 5.

ສາທຸຂ້ານ້ອຍ

Mi piace

Thonglouane Keorajavongsay
Thonglouane Keorajavongsay
03 set 2023
Valutazione 5 stelle su 5.

🙏🙏🙏ໃນພຣະທັມຄຳສອນຂອງພຣະຕະຖາຄົຕຂ້ານ້ອຍ

Mi piace
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page