top of page

ສະຕິປັຕຖານ ໔

Writer: buddhavacanawordbuddhavacanaword

Updated: Dec 4, 2024

The Buddha's Words

ທີຄະນິກາຍ ມະຫາວັຄ ໑໐/໒໒໑/໒໘໕-໒໘໘


Photo by Christian Englmeier on Unsplash


ພິກຂຸທັງຫລາຍ! ຫົນທາງນີ້ເປັນທີ່ໄປອັນເອກ ເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອລ່ວງພົ້ນຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ ຫົນທາງນີ້ຄື ສະຕິປັຕຖານ ໔; ສະຕິປັຕຖານ ໔ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້,


ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສ ໃນໂລກອອກເສຍໄດ້,


ພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້,


ພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.


ພິກຂຸທັງຫລາຍ! ພິກຂຸພິຈາຣະນາເຫັນກາຍໃນກາຍຢູ່ເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ;


ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ (ປະຊານາຕິ) ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ.


ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.

ປຽບເໝືອນນາຍຊ່າງກຶງເຊືອກ ຫລືລູກນ້ອງຂອງຊ່າງກຶງເຊືອກ ເມື່ອຊັກເຊືອກຍາວ ກໍຮູ້ວ່າ ເຮົາຊັກຍາວ ເມື່ອຊັກເຊືອກສັ້ນ ກໍຮູ້ວ່າ ເຮົາຊັກສັ້ນ ສັນໃດ;

ພິກຂຸກໍສັນນັ້ນເໝືອນກັນ ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ.


ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.

ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ເມື່ອພິກຂຸເດີນ ກໍຮູ້ວ່າ ເຮົາກຳລັງເດີນ; ເມື່ອຢືນ ກໍຮູ້ວ່າ ເຮົາກຳລັງຢືນ; ເມື່ອນັ່ງ ກໍຮູ້ວ່າ ເຮົາກຳລັງນັ່ງ; ເມື່ອນອນ ກໍຮູ້ວ່າ ເຮົາກຳລັງນອນ ຫລືເຂົາຕັ້ງກາຍໄວ້ດ້ວຍອາກາຣຢ່າງໃດຢ່າງໜຶ່ງ ກໍຮູ້ແຈ້ງດ້ວຍອາກາຣຢ່າງນັ້ນໆ.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ກະທຳສັມປະຊັນຍະ (ຄວາມຮູ້ຕົວທົ່ວພ້ອມ) ໃນກາຣກ້າວໄປ ໃນກາຣຖອຍກັບ ໃນກາຣຫລຽວໄປຂ້າງໜ້າ ແລະຫລຽວຊ້າຍຫລຽວຂວາ ໃນກາຣຄູ້ອະວັຍຍະວະເຂົ້າ ແລະຢຽດອອກ ໃນກາຣຊົງຜ້າສັງຄາຕິ ບາຕ ແລະຈີວອຣ ໃນກາຣກິນ ກາຣດື່ມ ກາຣຄ້ຽວ ກາຣຊີມ ໃນກາຣຖ່າຍອຸຈຈາຣະ ປັສສາວະ ໃນເວລາເດີນ ຢືນ ນັ່ງ ນອນ ຫລັບ ຕື່ນ ເວົ້າ ນິ້ງ.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບເຕັມດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ນ້ຳເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ ປຽບເໝືອນໄຖ່ມີປາກສອງຂ້າງເຕັມດ້ວຍທັນຍະຊາຕຕ່າງໆຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫລືອງ ງາ ເຂົ້າສານ, ບຸຣຸສຜູ້ມີຕາດີ ແກ້ໄຖ່ນັ້ນແລ້ວ ຍ່ອມເຫັນໄດ້ວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫລືອງ ນີ້ງາ ນີ້ເຂົ້າສານ ສັນໃດ;


ພິກຂຸກໍສັນນັ້ນເໝືອນກັນ ຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ນ້ຳເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາ ເຫັນກາຍນີ້ ເຊິ່ງຕັ້ງຢູ່ຕາມທີ່ຕັ້ງຕາມປົກກະຕິ ໂດຍຄວາມເປັນທາຕວ່າ ມີຢູ່ໃນກາຍນີ້ຄື: ທາຕດິນ ທາຕນ້ຳ ທາຕໄຟ ທາຕລົມ.


ຄົນຂ້າງົວ ຫລືລູກນ້ອງຂອງຄົນຂ້າງົວຜູ້ສລາດ ຂ້າແມ່ງົວແລ້ວ ແບ່ງອອກເປັນສ່ວນໆ ນັ່ງຢູ່ທີ່ທາງໃຫຍ່ ໔ ແຍກ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມພິຈາຣະນາເຫັນກາຍນີ້ ເຊິ່ງຕັ້ງຢູ່ຕາມທີ່ຕັ້ງຕາມປົກກະຕິ ໂດຍຄວາມເປັນທາຕວ່າ ມີຢູ່ໃນກາຍນີ້ຄື: ທາຕດິນ ທາຕນ້ຳ ທາຕໄຟ ທາຕລົມ. ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່;

ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ປຽບເໝືອນພິກຂຸທີ່ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ທີ່ຂຶ້ນອືດ ມີສີຂຽວໜ້າລັງກຽດ ນ້ຳເຫລືອງໄຫລໜ້າລັງກຽດ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ອັນຝູງກາຈິກກິນຢູ່ແດ່ ຝູງແຮ້ງຈິກກິນຢູ່ແດ່ ຝູງນົກພາກັນຈິກກິນຢູ່ແດ່ ໝູ່ໝາກັດກິນຢູ່ແດ່ ໝູ່ໝາຈອກກັດກິນຢູ່ແດ່ ໝູ່ສັຕຕ່າງໆກັດກິນຢູ່ແດ່ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກ ຍັງມີເນື້ອແລະເລືອດ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ


ເປັນຮ່າງກະດູກເປື້ອນເລືອດ ແຕ່ປາສະຈາກເນື້ອ ຍັງມີເສັ້ນເອັນຮັດຢູ່ ຯລຯ


ເປັນຮ່າງກະດູກປາສະຈາກເນື້ອແລະເລືອດແລ້ວ ຍັງມີເສັ້ນເອັນຮັດຢູ່ ຯລຯ


ເປັນຮ່າງກະດູກ ປາສະຈາກເສັ້ນເອັນຜູກຮັດແລ້ວ ຢັງຢາຍໄປໃນທິສນ້ອຍທິສໃຫຍ່ ຄືກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງໜຶ່ງ ກະດູກຂໍ້ສັນຫລັງໄປທາງໜຶ່ງ ກະດູກຊີກໂຄງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ ກະດູກບ່າໄຫລ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ກະດູກຟັນໄປທາງໜຶ່ງ ກະໂຫລກຫົວໄປທາງໜຶ່ງ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່;

ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນກະດູກມີສີຂາວ ປຽບດ້ວຍສີສັງ...


ເປັນກະດູກເປັນກອງຢັງຢາຍແລ້ວ ເກົ່າກວ່າປີໜຶ່ງໄປແລ້ວ...


ເປັນກະດູກຜຸລະອຽດແລ້ວ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່;

ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


ພິກຂຸທັງຫລາຍ! ພິກຂຸພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເມື່ອສເວີຍສຸຂະເວທະນາ ກໍຮູ້ວ່າ ເຮົາສເວີຍສຸຂະເວທະນາ,


ສເວີຍທຸກຂະເວທະນາ ກໍຮູ້ວ່າ ເຮົາສເວີຍທຸກຂະເວທະນາ,


ສເວີຍອະທຸກຂະມະສຸຂະເວທະນາ ກໍຮູ້ວ່າ ເຮົາສເວີຍອະທຸກຂະມະສຸຂະເວທະນາ,


ຫລືສເວີຍສຸຂະເວທະນາມີອາມິຕ ກໍຮູ້ວ່າ ເຮົາສເວີຍສຸຂະເວທະນາມີອາມິຕ,


ຫລືສເວີຍສຸຂະເວທະນາບໍ່ມີອາມິຕ ກໍຮູ້ວ່າ ເຮົາສເວີຍສຸຂະເວທະນາບໍ່ມີອາມິຕ,


ຫລືສເວີຍທຸກຂະເວທະນາມີອາມິຕ ກໍຮູ້ວ່າ ເຮົາສເວີຍທຸກຂະເວທະນາມີອາມິຕ,


ຫລືສເວີຍທຸກຂະເວທະນາບໍ່ມີອາມິຕ ກໍຮູ້ວ່າ ເຮົາສເວີຍທຸກຂະເວທະນາບໍ່ມີອາມິຕ,


ຫລືສເວີຍອະທຸກຂະມະສຸຂະເວທະນາມີອາມິຕ ກໍຮູ້ວ່າ ເຮົາສເວີຍອະທຸກຂະມະສຸຂະເວທະນາມີອາມິຕ,


ຫລືສເວີຍອະທຸກຂະມະສຸຂະເວທະນາບໍ່ມີອາມິຕ ກໍຮູ້ວ່າ ເຮົາສເວີຍອະທຸກຂະມະສຸຂະເວທະນາບໍ່ມີອາມິຕ


ດັ່ງພັນນະນາມານີ້;


ພິກຂຸຍ່ອມພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍໃນພາຍໃນແດ່ ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍພາຍນອກແດ່ ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນເວທະນາແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນເວທະນາແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນເວທະນາແດ່ ແລ້ວແລຢູ່;


ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ເວທະນາມີຢູ່ ກໍເປັນພຽງແຕ່ວ່າຮູ້ ພຽງແຕ່ວ່າອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່.


ພິກຂຸທັງຫລາຍ! ພິກຂຸພິຈາຣະນາເຫັນຈິຕໃນຈິຕຢູ່ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້

ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ,

ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ,

ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ,

ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ,

ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ,

ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ,

ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່,

ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ,

ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ

(ມະຫັຄຄະຕັງ ວາ ຈິຕຕັງ ມະຫັຄຄະຕັງ ຈິຕຕັນຕິ ປະຊານາຕິ),


ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ

(ອະມະຫັຄຄະຕັງ ວາ ຈິຕຕັງ ອະມະຫັຄຄະຕັງ ຈິຕຕັນຕິ ປະຊານາຕິ),


ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ

(ສະອຸຕຕະຣັງ ວາ ຈິຕຕັງ ສະອຸຕຕະຣັງ ຈິຕຕັນຕິ ປະຊານາຕິ),


ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ

(ອະນຸຕຕະຣັງ ວາ ຈິຕຕັງ ອະນຸຕຕະຣັງ ຈິຕຕັນຕິ ປະຊານາຕິ),


ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ

ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ

ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ

ຈິຕຍັງບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕຍັງບໍ່ຫລຸດພົ້ນ


ດັ່ງພັນນະນາມານີ້; ພິກຂຸຍ່ອມພິຈາຣະນາເຫັນຈິຕໃນຈິຕພາຍໃນແດ່ ພິຈາຣະນາເຫັນຈິຕໃນຈິຕພາຍນອກແດ່ ພິຈາຣະນາເຫັນຈິຕໃນຈິຕທັງພາຍໃນທັງພາຍນອກແດ່ ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນຈິຕແດ່ ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນຈິຕແດ່ ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ

ທັງຄວາມເສື່ອມໄປໃນຈິຕແດ່. ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ຈິຕມີຢູ່ ກໍເປັນພຽງແຕ່ວ່າຮູ້

ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນຈິຕໃນຈິຕຢູ່.


ພິກຂຸທັງຫລາຍ! ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນທັມໃນທັມທັງຫລາຍຄື ນິວອຣ ໕; ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ນິວອຣ ໕ ເປັນຢ່າງໃດ?


ຄືເມື່ອກາມສັນທະມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ກາມສັນທະມີຢູ່ໃນພາຍໃນຈິຕຂອງເຮົາ;

ເມື່ອກາມສັນທະບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ກາມສັນທະບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ;

ກາມສັນທະທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;


ກາມສັນທະທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ກາມສັນທະທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນອີກຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ອີກປະກາຣໜຶ່ງ ເມື່ອພະຍາບາທມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ພະຍາບາທມີຢູ່ໃນພາຍໃນຈິຕຂອງເຮົາ;

ເມື່ອພະຍາບາທບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ພະຍາບາທບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ;

ພະຍາບາທທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ພະຍາບາທທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ພະຍາບາທທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ອີກປະກາຣໜຶ່ງ ເມື່ອຖີນະມິທທະມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ຖີນະມິທທະມີຢູ່ໃນພາຍໃນຈິຕຂອງເຮົາ;

ເມື່ອຖີນະມິທທະບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ຖີນະມິທທະບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ;

ຖີນະມິທທະທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ຖີນະມິທທະທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ຖີນະມິທທະທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.

ອີກປະກາຣໜຶ່ງ ເມື່ອອຸທທັຈຈະກຸກກຸຈຈະມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ອຸທທັຈຈະກຸກກຸຈຈະມີຢູ່ໃນພາຍໃນຈິຕຂອງເຮົາ;


ເມື່ອອຸທທັຈຈະກຸກກຸຈຈະບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ອຸທທັຈຈະກຸກກຸຈຈະບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ;

ອຸທທັຈຈະກຸກກຸຈຈະທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;


ອຸທທັຈຈະກຸກກຸຈຈະທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ອຸທທັຈຈະກຸກກຸຈຈະທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.

ອີກປະກາຣໜຶ່ງ ເມື່ອວິຈິກິຈສາມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ວິຈິກິຈສາມີຢູ່ໃນພາຍໃນຈິຕຂອງເຮົາ;

ເມື່ອວິຈິກິຈສາບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ວິຈິກິຈສາບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ;

ວິຈິກິຈສາທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;


ວິຈິກິຈສາທີ່ເກີດຂຶ້ນແລ້ວຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ;

ວິຈິກິຈສາທີ່ລະໄດ້ແລ້ວຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ດັ່ງພັນນະນາມານີ້;

ພິກຂຸຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍພາຍໃນແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍພາຍນອກແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນທັມແດ່, ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນທັມແດ່, ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່.

ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທັມທັງຫລາຍຄື ນິວອຣ ໕ ຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ອຸປາທານຂັນທ໌ ໕; ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ອຸປາທານຂັນທ໌ ໕ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນດັ່ງນີ້ວ່າ:

ຣູປເປັນດັ່ງນີ້,

ຄວາມເກີດຂຶ້ນຂອງຣູປເປັນດັ່ງນີ້,

ຄວາມດັບໄປຂອງຣູປເປັນດັ່ງນີ້;


ເວທະນາເປັນດັ່ງນີ້,

ຄວາມເກີດຂຶ້ນຂອງເວທະນາເປັນດັ່ງນີ້,

ຄວາມດັບໄປຂອງເວທະນາເປັນດັ່ງນີ້;


ສັນຍາເປັນດັ່ງນີ້,

ຄວາມເກີດຂຶ້ນຂອງສັນຍາເປັນດັ່ງນີ້,

ຄວາມດັບໄປຂອງສັນຍາເປັນດັ່ງນີ້;


ສັງຂາຣທັງຫລາຍເປັນດັ່ງນີ້,

ຄວາມເກີດຂຶ້ນຂອງສັງຂາຣທັງຫລາຍເປັນດັ່ງນີ້,

ຄວາມດັບໄປຂອງສັງຂາຣທັງຫລາຍເປັນດັ່ງນີ້;


ວິນຍານເປັນດັ່ງນີ້,

ຄວາມເກີດຂຶ້ນຂອງວິນຍານເປັນດັ່ງນີ້,

ຄວາມດັບໄປຂອງວິນຍານເປັນດັ່ງນີ້;

ດັ່ງພັນນະນາມານີ້,


ພິກຂຸຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍພາຍໃນແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍພາຍນອກແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນທັມແດ່, ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນທັມແດ່, ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່.

ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທັມທັງຫລາຍຄື ອຸປາທານຂັນທ໌ ໕ ຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ອາຍະຕະນະພາຍໃນ ໖ ອາຍະຕະນະພາຍນອກ ໖; ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ອາຍະຕະນະພາຍໃນ ໖ ອາຍະຕະນະພາຍນອກ ໖ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຮູ້ຈັກຕາ ຮູ້ຈັກຣູປ ແລະຮູ້ຈັກສັງໂຍຊນ໌ທີ່ອາສັຍຕາແລະຣູປທັງສອງນັ້ນເກີດຂຶ້ນ; ອີກຢ່າງໜຶ່ງ ສັງໂຍຊນ໌ທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍສັງໂຍຊນ໌ທີ່ເກີດຂຶ້ນແລ້ວ ຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ລະໄດ້ແລ້ວ ຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ພິກຂຸຍ່ອມຮູ້ຈັກຫູ ຮູ້ຈັກສຽງ ແລະຮູ້ຈັກສັງໂຍຊນ໌ທີ່ອາສັຍຫູແລະສຽງທັງສອງນັ້ນເກີດຂຶ້ນ; ອີກຢ່າງໜຶ່ງ ສັງໂຍຊນ໌ທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ເກີດຂຶ້ນແລ້ວ ຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ລະໄດ້ແລ້ວ ຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ພິກຂຸຍ່ອມຮູ້ຈັກດັງ ຮູ້ຈັກກິ່ນ ແລະຮູ້ຈັກສັງໂຍຊນ໌ທີ່ອາສັຍດັງແລະກິ່ນທັງສອງນັ້ນເກີດຂຶ້ນ; ອີກຢ່າງໜຶ່ງ ສັງໂຍຊນ໌ທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ເກີດຂຶ້ນແລ້ວ ຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ລະໄດ້ແລ້ວ ຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ພິກຂຸຍ່ອມຮູ້ຈັກລີ້ນ ຮູ້ຈັກຣົສ ແລະຮູ້ຈັກສັງໂຍຊນ໌ທີ່ອາສັຍລີ້ນແລະຣົສທັງສອງນັ້ນເກີດຂຶ້ນ; ອີກຢ່າງໜຶ່ງ ສັງໂຍຊນ໌ທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ເກີດຂຶ້ນແລ້ວ ຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ລະໄດ້ແລ້ວ ຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ພິກຂຸຍ່ອມຮູ້ຈັກກາຍ ຮູ້ຈັກໂຜຕຖັພພະ(ກາຣສັມຜັສທາງກາຍ) ແລະຮູ້ຈັກສັງໂຍຊນ໌ທີ່ອາສັຍກາຍແລະໂຜຕຖັພພະທັງສອງນັ້ນເກີດຂຶ້ນ; ອີກຢ່າງໜຶ່ງ ສັງໂຍຊນ໌ທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ເກີດຂຶ້ນແລ້ວ ຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ລະໄດ້ແລ້ວ ຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ພິກຂຸຍ່ອມຮູ້ຈັກໃຈ ຮູ້ຈັກທັມມາຣົມ(ອາຣົມນ໌ທີ່ເກີດກັບໃຈ, ສິ່ງທີ່ໃຈນຶກຄິດ) ແລະຮູ້ຈັກສັງໂຍຊນ໌ທີ່ອາສັຍໃຈແລະທັມມາຣົມທັງສອງນັ້ນເກີດຂຶ້ນ; ອີກຢ່າງໜຶ່ງ ສັງໂຍຊນ໌ທີ່ຍັງບໍ່ເກີດ ຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ເກີດຂຶ້ນແລ້ວ ຈະລະເສຍໄດ້ດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ, ສັງໂຍຊນ໌ທີ່ລະໄດ້ແລ້ວ ຈະບໍ່ເກີດຂຶ້ນຕໍ່ໄປດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ດັ່ງພັນນະນາມານີ້,


ພິກຂຸຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍພາຍໃນແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍພາຍນອກແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນທັມແດ່, ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນທັມແດ່, ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່.

ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທັມທັງຫລາຍຄື ອາຍະຕະນະພາຍໃນ ໖ ອາຍະຕະນະພາຍນອກ ໖ ຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ໂພຊຊົງຄ໌ ໗; ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ໂພຊຊົງ ໗ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເມື່ອສະຕິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ສະຕິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອສະຕິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ສະຕິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ສະຕິສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ສະຕິສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ອີກປະກາຣໜຶ່ງ ເມື່ອທັມມະວິຈະຍະສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ທັມມະວິຈະຍະສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອທັມມະວິຈະຍະສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ທັມມະວິຈະຍະສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ທັມມະວິຈະຍະສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ທັມມະວິຈະຍະສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ອີກປະກາຣໜຶ່ງ ເມື່ອວິຣິຍະສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ວິຣິຍະສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອວິຣິຍະສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ວິຣິຍະສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ວິຣິຍະສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ວິຣິຍະສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ອີກປະກາຣໜຶ່ງ ເມື່ອປີຕິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ປີຕິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອປີຕິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ປີຕິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ປີຕິສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ປີຕິສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ອີກປະກາຣໜຶ່ງ ເມື່ອປັສສັທທິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ປັສສັທທິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອປັສສັທທິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ປັສສັທທິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ປັສສັທທິສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ປັສສັທທິສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ອີກປະກາຣໜຶ່ງ ເມື່ອສະມາທິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ສະມາທິສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອສະມາທິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ສະມາທິສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ສະມາທິສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ສະມາທິສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ.


ອີກປະກາຣໜຶ່ງ ເມື່ອອຸເປກຂາສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ອຸເປກຂາສັມໂພຊຊົງຄ໌ມີຢູ່ໃນພາຍໃນຈິຕຂອງເຮົາ ຫລືເມື່ອອຸເປກຂາສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕ ຍ່ອມຮູ້ວ່າ ອຸເປກຂາສັມໂພຊຊົງຄ໌ບໍ່ມີຢູ່ໃນພາຍໃນຈິຕຂອງເຮົາ; ອີກຢ່າງໜຶ່ງ ອຸເປກຂາສັມໂພຊຊົງຄ໌ທີ່ຍັງບໍ່ເກີດຈະເກີດຂຶ້ນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ອຸເປກຂາສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ຈັກຈະເຣີນບໍຣິບູນດ້ວຍປະກາຣໃດ ຍ່ອມຮູ້ຊັດເຈນປະກາຣນັ້ນດ້ວຍ; ດັ່ງພັນນະນາມານີ້,


ພິກຂຸຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍພາຍໃນແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍພາຍນອກແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນທັມແດ່, ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນທັມແດ່, ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່.


ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທັມທັງຫລາຍຄື ໂພຊຊົງຄ໌ ໗ ຢູ່.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ອະຣິຍະສັຈ ໔ ພິກຂຸພິຈາຣະນາເຫັນທັມໃນທັມທັງຫລາຍຄື ອະຣິຍະສັຈ ໔ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້

ຍ່ອມຮູ້ຊັດຕາມທີ່ເປັນຈິງວ່າ:

ນີ້ທຸກຂ໌,

ນີ້ທຸກຂະສະມຸທັຍ (ເຫຕໃຫ້ເກີດທຸກຂ໌),

ນີ້ທຸກຂະນິໂຣທ (ຄວາມດັບແຫ່ງທຸກຂ໌),

ນີ້ທຸກຂະນິໂຣທະຄາມິນີປະຕິປະທາ (ທາງດໍາເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌).


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍພາຍໃນແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍພາຍນອກແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນທັມແດ່, ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນທັມແດ່, ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່.

ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທັມທັງຫລາຍຄື ອະຣິຍະສັຈ ໔ ຢູ່.


ພິກຂຸທັງຫລາຍ! ກໍທຸກຂະອະຣິຍະສັຈເປັນຢ່າງໃດ?


ຊາຕກໍເປັນທຸກຂ໌ (ຊາຕິປິ ທຸກຂາ), ຊະຣາກໍເປັນທຸກຂ໌ (ຊະຣາປິ ທຸກຂາ), ມະຣະນະກໍເປັນທຸກຂ໌ (ມະຣະນັມປິ ທຸກຂັງ), ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະກໍເປັນທຸກຂ໌ (ໂສກະປະຣິເທວະທຸກຂະໂທມະນັສສຸປາຍາສາປິ ທຸກຂາ), ກາຣປະສົບກັບສິ່ງບໍ່ເປັນທີ່ຮັກກໍເປັນທຸກຂ໌ (ອັປປິເຍຫິ ສັມປະໂຍໂຄ ທຸກໂຂ), ກາຣພັດພາກຈາກສິ່ງອັນເປັນທີ່ຮັກກໍເປັນທຸກຂ໌ (ປິເຍຫິ ວິປປະໂຍໂຄ ທຸກໂຂ), ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນກໍເປັນທຸກຂ໌ (ຍັມປິຈສັງ ນະ ລະພະຕິ ຕັມປິ ທຸກຂັງ), ກ່າວໂດຍຫຍໍ້ ອຸປາທານຂັນທ໌ ໕ ເປັນທຸກຂ໌ (ສັງຂິຕເຕນະ ປັນຈຸປາທານັກຂັນທາ ທຸກຂາ).


ພິກຂຸທັງຫລາຍ! ກໍຊາຕເປັນຢ່າງໃດ?

ຄວາມເກີດ, ຄວາມບັງເກີດ, ຄວາມຫຍັ່ງລົງເກີດ, ເກີດຈຳເພາະ, ຄວາມປາກົຕແຫ່ງຂັນທ໌, ຄວາມໄດ້ອາຍະຕະນະຄົບໃນໝູ່ສັຕນັ້ນໆ ຂອງເຫລົ່າສັຕນັ້ນໆ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຊາຕ.


ພິກຂຸທັງຫລາຍ! ກໍຊະຣາເປັນຢ່າງໃດ?

ຄວາມແກ່, ພາວະຂອງຄວາມແກ່, ແຂ້ວຫລ່ອນ, ຜົມຫງອກ, ໜັງຢ່ອນຍານ, ຄວາມເສື່ອມແຫ່ງອາຍຸ, ຄວາມແກ່ງອມແຫ່ງອິນຊີໃນໝູ່ສັຕນັ້ນໆ ຂອງເຫລົ່າສັຕນັ້ນໆ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຊະຣາ.


ພິກຂຸທັງຫລາຍ! ກໍມະຣະນະເປັນຢ່າງໃດ?

ຄວາມເຄື່ອນ, ພາວະຂອງຄວາມເຄື່ອນ, ຄວາມແຕກທຳລາຍ, ຄວາມຫາຍໄປ, ຄວາມຕາຍ, ຄວາມທຳກາລະ, ຄວາມທຳລາຍແຫ່ງຂັນທ໌, ຄວາມປ່ອຍຖິ້ມຊາກສົບໄວ້, ຄວາມຂາດສູນແຫ່ງຊີວິຕອິນຊີໃນໝູ່ສັຕນັ້ນໆ ຂອງເຫລົ່າສັຕນັ້ນໆ. ພິກຂຸທັງຫລາຍ ນີ້ຮຽກວ່າ: ມະຣະນະ.


ພິກຂຸທັງຫລາຍ! ກໍໂສກະເປັນຢ່າງໃດ?

ໂສກ(ໂສໂກ), ຄວາມໂສກ(ໂສຈະນາ), ພາວະຂອງບຸຄຄົລຜູ້ເສົ້າໃຈ(ໂສຈິຕັຕຕັງ), ຄວາມໂສກເສົ້າໃນພາຍໃນ(ອັນໂຕໂສໂກ), ຄວາມເສົ້າໃຈໃນພາຍໃນ(ອັນໂຕປະຣິໂສໂກ) ຂອງບຸຄຄົລຜູ້ປະກອບດ້ວຍຄວາມພິບັດຢ່າງໃດຢ່າງໜຶ່ງ ຜູ້ຖືກທັມຄືທຸກຂ໌ຢ່າງໃດຢ່າງໜຶ່ງກະທົບແລ້ວ. ພິກຂຸທັງຫລາຍ ນີ້ຮຽກວ່າ: ໂສກະ.


ພິກຂຸທັງຫລາຍ! ກໍປະຣິເທວະເປັນຢ່າງໃດ?

ຄວາມຄ່ຳຄວນ, ຄວາມຮ່ຳໄຮລຳພັນ, ກິຣິຍາທີ່ຄວນຄາງ, ກິຣິຍາທີ່ຮ່ຳໄຮລຳພັນ, ພາວະຂອງບຸຄຄົລຜູ້ຄ່ຳຄວນ, ພາວະຂອງບຸຄຄົລຜູ້ຮ່ຳໄຮລຳພັນຂອງບຸຄຄົລຜູ້ປະກອບດ້ວຍຄວາມພິບັດຢ່າງໃດຢ່າງໜຶ່ງ, ຜູ້ຖືກທັມຄື ທຸກຂ໌ຢ່າງໃດຢ່າງໜຶ່ງກະທົບແລ້ວ ພິກຂຸທັງຫລາຍ ນີ້ຮຽກວ່າ: ປະຣິເທວະ.


ພິກຂຸທັງຫລາຍ! ກໍທຸກຂ໌ເປັນຢ່າງໃດ?

ຄວາມລຳບາກທາງກາຍ, ຄວາມບໍ່ສຳລານທາງກາຍ, ຄວາມສເວີຍອາຣົມນ໌ອັນບໍ່ດີທີ່ເປັນທຸກຂ໌ ເຊິ່ງເກີດແຕ່ກາຍສັມຜັສ ພິກຂຸທັງຫລາຍ ນີ້ຮຽກວ່າ: ທຸກຂ໌.


ພິກຂຸທັງຫລາຍ! ກໍໂທມະນັສເປັນຢ່າງໃດ?

ຄວາມທຸກຂ໌ທາງຈິຕ, ຄວາມບໍ່ສຳລານທາງຈິຕ, ຄວາມສເວີຍອາຣົມນ໌ອັນບໍ່ດີທີ່ເປັນທຸກຂ໌ ເຊິ່ງເກີດແຕ່ມະໂນສັມຜັສ ພິກຂຸທັງຫລາຍ ນີ້ຮຽກວ່າ: ໂທມະນັສ.


ພິກຂຸທັງຫລາຍ! ກໍອຸປາຍາສະເປັນຢ່າງໃດ?

ຄວາມແຄ້ນ, ຄວາມຄັບແຄ້ນ, ພາວະຂອງບຸຄຄົລຜູ້ຄັບແຄ້ນ, ພາວະຂອງບຸຄຄົລຜູ້ຄັບແຄ້ນຂອງບຸຄຄົລຜູ້ປະກອບດ້ວຍຄວາມພິບັດຢ່າງໃດຢ່າງໜຶ່ງ, ຜູ້ຖືກທັມຄື ທຸກຂ໌ຢ່າງໃດຢ່າງໜຶ່ງກະທົບແລ້ວ ພິກຂຸທັງຫລາຍ ນີ້ຮຽກວ່າ: ອຸປາຍາສະ.


ພິກຂຸທັງຫລາຍ! ກໍກາຣປະສົປກັບສິ່ງບໍ່ເປັນທີ່ຮັກກໍເປັນທຸກຂ໌ເປັນຢ່າງໃດ?

ຄວາມປະສົບ, ຄວາມເຖິງພ້ອມ, ຄວາມຮ່ວມ, ຄວາມປະສານດ້ວຍຣູປ ສຽງ ກິ່ນ ຣົສ ໂຜຕຖັພພະ ອັນບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຫລືດ້ວຍບຸຄຄົລຜູ້ປາຖນາສິ່ງທີ່ບໍ່ເປັນປະໂຍຊນ໌ ປາຖນາສິ່ງທີ່ບໍ່ເກື້ອກູນ ປາຖນາຄວາມບໍ່ຜາສຸກ ປາຖນາຄວາມບໍ່ກະເສມຈາກໂຍຄະ ເຊິ່ງມີແກ່ຜູ້ນັ້ນ ພິກຂຸທັງຫລາຍ ນີ້ຮຽກວ່າ: ກາຣປະສົບກັບສິ່ງບໍ່ເປັນທີ່ຮັກ ກໍເປັນທຸກຂ໌.


ພິກຂຸທັງຫລາຍ! ກໍກາຣພັດພາກຈາກສິ່ງອັນເປັນທີ່ຮັກກໍເປັນທຸກຂ໌ເປັນຢ່າງໃດ?

ຄວາມບໍ່ປະສົບ, ຄວາມບໍ່ເຖິງພ້ອມ, ຄວາມບໍ່ຮ່ວມ, ຄວາມບໍ່ປະສານດ້ວຍ ຣູປ ສຽງ ກິ່ນ ຣົສ ໂຜຕຖັພພະ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫລືດ້ວຍບຸຄຄົລຜູ້ປາຖນາປະໂຍຊນ໌ ປາຖນາສິ່ງທີ່ເກື້ອກູນ ປາຖນາຄວາມຜາສຸກ ປາຖນາຄວາມກະເສມຈາກໂຍຄະ ເຊິ່ງມີແກ່ຜູ້ນັ້ນຄື: ມາຣດາ ບິດາ ອ້າຍ ນ້ອງຊາຍ ເອື້ອຍ ນ້ອງສາວ ມິຕ ອະມາຕ ຫລືຍາຕສາຍໂລຫິຕ ພິກຂຸທັງຫລາຍ ນີ້ຮຽກວ່າ: ກາຣພັດພາກຈາກສິ່ງອັນເປັນທີ່ຮັກ ກໍເປັນທຸກຂ໌.


ພິກຂຸທັງຫລາຍ! ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌ເປັນຢ່າງໃດ?

ຄວາມປາຖນາຍ່ອມເກີດແກ່ສັຕຜູ້ມີຄວາມເກີດເປັນທັມມະດາຢ່າງນີ້ວ່າ: ໂອໜໍ ຂໍເຮົາຢ່າມີຄວາມເກີດເປັນທັມມະດາ ຂໍຄວາມເກີດຢ່າມາເຖິງເຮົາເລີຍ, ຂໍ້ນັ້ນ ສັຕຍ່ອມບໍ່ໄດ້ສົມປາຖນາ ໃນຂໍ້ນີ້ ກໍຊື່ວ່າ ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌;


ຄວາມປາຖນາຍ່ອມເກີດມີແກ່ສັຕຜູ້ມີຄວາມແກ່ເປັນທັມມະດາຢ່າງນີ້ວ່າ ໂອໜໍ ຂໍເຮົາຢ່າມີຄວາມແກ່ເປັນທັມມະດາ ຂໍຄວາມແກ່ຢ່າມາເຖິງເຮົາເລີຍ, ຂໍ້ນັ້ນ ສັຕຍ່ອມບໍ່ໄດ້ສົມປາຖນາ ໃນຂໍ້ນີ້ ກໍຊື່ວ່າ ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌;


ຄວາມປາຖນາຍ່ອມເກີດມີແກ່ສັຕຜູ້ມີຄວາມເຈັບໄຂ້ເປັນທັມມະດາຢ່າງນີ້ວ່າ: ໂອໜໍ ຂໍເຮົາຢ່າມີຄວາມເຈັບໄຂ້ເປັນທັມມະດາ ຂໍຄວາມເຈັບໄຂ້ຢ່າມາເຖິງເຮົາເລີຍ, ຂໍ້ນັ້ນ ສັຕຍ່ອມບໍ່ໄດ້ສົມປາຖນາ ໃນຂໍ້ນີ້ ກໍຊື່ວ່າ ປາຖນາສິ່ງໃດ ບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌;


ຄວາມປາຖນາຍ່ອມເກີດມີແກ່ສັຕຜູ້ມີຄວາມຕາຍເປັນທັມມະດາຢ່າງນີ້ວ່າ: ໂອໜໍ ຂໍເຮົາຢ່າມີຄວາມຕາຍເປັນ ທັມມະດາ ຂໍຄວາມຕາຍຢ່າມາເຖິງເຮົາເລີຍ, ຂໍ້ນັ້ນ ສັຕຍ່ອມບໍ່ໄດ້ສົມປາຖນາ ໃນຂໍ້ນີ້ ກໍຊື່ວ່າ ປາຖນາສິ່ງໃດ ບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌;


ຄວາມປາຖນາຍ່ອມເກີດມີແກ່ສັຕຜູ້ມີໂສກະ, ປະຣິເທວະ, ທຸກຂ໌, ໂທມະນັສ, ອຸປາຍາສະ ເປັນທັມມະດາຢ່າງນີ້ວ່າ: ໂອໜໍ ຂໍເຮົາຢ່າມີໂສກະ, ປະຣິເທວະ, ທຸກຂ໌, ໂທມະນັສອຸປາຍາສະເປັນທັມມະດາ ຂໍໂສກະ, ປະຣິເທວະ, ທຸກຂ໌, ໂທມະນັສ, ອຸປາຍາສະ ຢ່າມາເຖິງເຮົາເລີຍ, ຂໍ້ນັ້ນ ສັຕຍ່ອມບໍ່ໄດ້ສົມປາຖນາ ໃນຂໍ້ນີ້ກໍຊື່ວ່າ ປາຖນາສິ່ງໃດ ບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌.


ພິກຂຸທັງຫລາຍ! ກ່າວໂດຍຫຍໍ້ ອຸປາທານຂັນທ໌ ໕ ເປັນທຸກຂ໌ເປັນຢ່າງໃດ?

ຄື ອຸປາທານຂັນທ໌ຄືຣູປ ອຸປາທານຂັນທ໌ຄືເວທະນາ ອຸປາທານຂັນທ໌ຄືສັນຍາ ອຸປາທານຂັນທ໌ຄືສັງຂາຣທັງຫລາຍ ອຸປາທານຂັນທ໌ຄືວິນຍານ ພິກຂຸທັງຫລາຍ ເຫລົ່ານີ້ຮຽກວ່າ ໂດຍຫຍໍ້ ອຸປາທານຂັນທ໌ ໕ ເປັນທຸກຂ໌. ພິກຂຸທັງຫລາຍ ນີ້ຮຽກວ່າ ທຸກຂະອະຣິຍະສັຈ.


ພິກຂຸທັງຫລາຍ! ກໍທຸກຂະສະມຸທັຍອະຣິຍະສັຈເປັນຢ່າງໃດ?


ຕັນຫານີ້ແລ ອັນເປັນໄປເພື່ອຄວາມເກີດອີກ ປະກອບດ້ວຍຄວາມກຳນັດດ້ວຍອຳນາຈແຫ່ງຄວາມເພີນ ເພີດເພີນຢ່າງຍິ່ງໃນອາຣົມນ໌ນັ້ນໆ ຄື ກາມຕັນຫາ ພະວະຕັນຫາ ວິພະວະຕັນຫາ.


ພິກຂຸທັງຫລາຍ! ກໍຕັນຫານີ້ນັ້ນ ເມື່ອຈະເກີດຍ່ອມເກີດໃນທີ່ໃດ? ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ໃດ? ທີ່ໃດເປັນທີ່ຮັກເປັນທີ່ຈະເຣີນໃຈໃນໂລກ ຕັນຫານັ້ນ ເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ອັນໃດເປັນທີ່ຮັກທີ່ຈະເຣີນໃຈໃນໂລກ?


ຕາ ຫູ ດັງ ລີ້ນ ກາຍ ໃຈ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຣູປ ສຽງ ກິ່ນ ຣົສ ໂຜຕຖັພພະ ທັມມາຣົມ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຈັກຂຸວິນຍານ ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຍວິນຍານ ມະໂນວິນຍານ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຈັກຂຸສັມຜັສ ໂສຕະສັມຜັສ ຄານະສັມຜັສ ຊິວຫາສັມຜັສ ກາຍສັມຜັສ ມະໂນສັມຜັສ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຈັກຂຸສັມຜັສສະຊາເວທະນາ ໂສຕະສັມຜັສສະຊາເວທະນາ ຄານະສັມຜັສສະຊາເວທະນາ ຊິວຫາສັມຜັສສະຊາເວທະນາ ກາຍສັມຜັສສະຊາເວທະນາ ມະໂນສັມຜັສສະຊາເວທະນາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຣູປສັນຍາ ສັທທະສັນຍາ ຄັນທະສັນຍາ ຣະສະສັນຍາ ໂຜຕຖັພພະສັນຍາ ທັມມະສັນຍາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຣູປສັນເຈຕະນາ ສັທທະສັນເຈຕະນາ ຄັນທະສັນເຈຕະນາ ຣະສະສັນເຈຕະນາ ໂຜຕຖັພພະສັນເຈຕະນາ ທັມມະສັນເຈຕະນາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຣູປຕັນຫາ ສັທທະຕັນຫາ ຄັນທະຕັນຫາ ຣະສະຕັນຫາ ໂຜຕຖັພພະຕັນຫາ ທັມມະຕັນຫາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຣູປວິຕົກ ສັທທະວິຕົກ ຄັນທະວິຕົກ ຣະສະວິຕົກ ໂຜຕຖັພພະວິຕົກ ທັມມະວິຕົກ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ຣູປວິຈາຣ ສັທທະວິຈາຣ ຄັນທະວິຈາຣ ຣະສະວິຈາຣ ໂຜຕຖັພພະວິຈາຣ ທັມມະວິຈາຣ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.


ພິກຂຸທັງຫລາຍ! ນີ້ຮຽກວ່າ ທຸກຂະສະມຸທັຍອະຣິຍະສັຈ.


ພິກຂຸທັງຫລາຍ! ກໍທຸກຂະນິໂຣທະອະຣິຍະສັຈເປັນຢ່າງໃດ?


ຄວາມຄາຍກຳນັດ ຄວາມດັບໂດຍບໍ່ເຫລືອ ຄວາມສະລະ ຄວາມສະລັດຖິ້ມໄປ ຄວາມປ່ອຍວາງ ຄວາມບໍ່ອາລັຍໃນຕັນຫານັ້ນ;


ກໍຕັນຫານັ້ນ ເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ໃດ? ເມື່ອຈະດັບ ຍ່ອມດັບເສຍໄດ້ໃນທີ່ໃດ?


ທີ່ໃດເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ອັນໃດເປັນທີ່ຮັກທີ່ຈະເຣີນໃຈໃນໂລກ?


ຕາ ຫູ ດັງ ລີ້ນ ກາຍ ໃຈ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນ ທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຣູປ ສຽງ ກິ່ນ ຣົສ ໂຜຕຖັພພະ ທັມມາຣົມ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຈັກຂຸວິນຍານ ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຍວິນຍານ ມະໂນວິນຍານ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຈັກຂຸສັມຜັສ ໂສຕະສັມຜັສ ຄານະສັມຜັສ ຊິວຫາສັມຜັສ ກາຍສັມຜັສ ມະໂນສັມຜັສ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຈັກຂຸສັມຜັສສະຊາເວທະນາ ໂສຕະສັມຜັສສະຊາເວທະນາ ຄານະສັມຜັສສະຊາເວທະນາ ຊິວຫາສັມຜັສສະຊາເວທະນາ ກາຍສັມຜັສສະຊາເວທະນາ ມະໂນສັມຜັສສະຊາເວທະນາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຣູປສັນຍາ ສັທທະສັນຍາ ຄັນທະສັນຍາ ຣະສະສັນຍາ ໂຜຕຖັພພະສັນຍາ ທັມມະສັນຍາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຣູປສັນເຈຕະນາ ສັທທະສັນເຈຕະນາ ຄັນທະສັນເຈຕະນາ ຣະສະສັນເຈຕະນາ ໂຜຕຖັພພະສັນເຈຕະນາ ທັມມະສັນເຈຕະນາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຣູປຕັນຫາ ສັທທະຕັນຫາ ຄັນທະຕັນຫາ ຣະສະຕັນຫາ ໂຜຕຖັພພະຕັນຫາ ທັມມະຕັນຫາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຣູປວິຕົກ ສັທທະວິຕົກ ຄັນທະວິຕົກ ຣະສະວິຕົກ ໂຜຕຖັພພະວິຕົກ ທັມມະວິຕົກ ເປັນທີ່ຮັກທີ່ຈະເຣີນໃຈ ໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ຣູປວິຈາຣ ສັທທະວິຈາຣ ຄັນທະວິຈາຣ ຣະສະວິຈາຣ ໂຜຕຖັພພະວິຈາຣ ທັມມະວິຈາຣ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫານັ້ນເມື່ອບຸຄຄົລຈະລະ ຍ່ອມລະເສຍໄດ້ໃນທີ່ນີ້ ເມື່ອຈະດັບຍ່ອມດັບໃນທີ່ນີ້.


ພິກຂຸທັງຫລາຍ ນີ້ຮຽກວ່າ ທຸກຂະນິໂຣທະອະຣິຍະສັຈ.


ພິກຂຸທັງຫລາຍ! ກໍທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈເປັນຢ່າງໃດ?


ອະຣິຍະມັຄປະກອບດ້ວຍອົງຄ໌ ໘ ນັ້ນເອງ ໄດ້ແກ່: ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ.


ພິກຂຸທັງຫລາຍ! ກໍສັມມາທິຕຖິເປັນຢ່າງໃດ?

ພິກຂຸທັງຫລາຍ! ຄວາມຮູ້ໃນທຸກຂ໌,

ຄວາມຮູ້ໃນທຸກຂະສະມຸທັຍ,

ຄວາມຮູ້ໃນທຸກຂະນິໂຣທ,

ຄວາມຮູ້ໃນທຸກຂະນິໂຣທະຄາມິນີປະຕິປະທາ,

ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາທິຕຖິ.


ພິກຂຸທັງຫລາຍ! ສັມມາສັງກັປປະເປັນຢ່າງໃດ?

ຄວາມຄິດໃນກາຣອອກຈາກກາມ,

ຄວາມຄິດໃນກາຣບໍ່ພະຍາບາທ,

ຄວາມຄິດໃນກາຣບໍ່ບຽດບຽນ,

ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາສັງກັປປະ.


ພິກຂຸທັງຫລາຍ! ສັມມາວາຈາເປັນຢ່າງໃດ?

ກາຣງົດເວັ້ນຈາກກາຣເວົ້າຕົວະ,

ກາຣງົດເວັ້ນຈາກກາຣເວົ້າສຽດສີ,

ກາຣງົດເວັ້ນຈາກກາຣເວົ້າຄຳຫຍາບ,

ກາຣງົດເວັ້ນຈາກກາຣເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌,

ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາວາຈາ.


ພິກຂຸທັງຫລາຍ! ສັມມາກັມມັນຕະເປັນຢ່າງໃດ?

ກາຣງົດເວັ້ນຈາກກາຣຂ້າສັຕ,

ກາຣງົດເວັ້ນຈາກກາຣຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້,

ກາຣງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,

ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາກັມມັນຕະ.


ພິກຂຸທັງຫລາຍ! ສັມມາອາຊີວະເປັນຢ່າງໃດ?

ພິກຂຸທັງຫລາຍ! ອະຣິຍະສາວົກໃນທັມວິນັຍນີ້ ລະກາຣລ້ຽງຊີພໃນທາງທີ່ຜິດເສຍ ສຳເຣັຈຄວາມເປັນຢູ່ດ້ວຍກາຣລ້ຽງຊີພໃນທາງທີ່ຊອບ ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາອາຊີວະ.


ພິກຂຸທັງຫລາຍ! ສັມມາວາຍາມະເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕໄວ້ ຕັ້ງຈິຕໄວ້ ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດບໍ່ໃຫ້ເກີດຂຶ້ນ;


ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕໄວ້ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ;


ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕໄວ້ ຕັ້ງຈິຕໄວ້ ເພື່ອໃຫ້ກຸສົລທັມທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ;


ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕໄວ້ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມຈະເຣີນຍິ່ງຂຶ້ນ ເພື່ອຄວາມໄພບູນ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທີ່ເກີດຂຶ້ນແລ້ວ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາວາຍາມະ.


ພິກຂຸທັງຫລາຍ! ສັມມາສະຕິເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;


ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;


ພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;


ພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາສະຕິ.


ພິກຂຸທັງຫລາຍ! ສັມມາສະມາທິເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;


ເພາະວິຕົກວິຈາຣສງົບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;


ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິ ສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນ ຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ;


ເພາະລະສຸຂ ລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາຣກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາ ເປັນເຫຕໃຫ້ສະຕິບໍຣິສຸທຢູ່. ພິກຂຸທັງຫລາຍ ນີ້ຮຽກວ່າ ສັມມາສະມາທິ.


ພິກຂຸທັງຫລາຍ! ນີ້ຮຽກວ່າ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈ.


ດັ່ງພັນນະນາມານີ້, ພິກຂຸຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍພາຍໃນແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍພາຍນອກແດ່, ພິຈາຣະນາເຫັນທັມໃນທັມທັງຫລາຍທັງພາຍໃນທັງພາຍນອກແດ່, ພິຈາຣະນາເຫັນທັມຄືຄວາມເກີດຂຶ້ນໃນທັມແດ່, ພິຈາຣະນາເຫັນທັມຄືຄວາມເສື່ອມໄປໃນທັມແດ່, ພິຈາຣະນາເຫັນທັມຄືທັງຄວາມເກີດຂຶ້ນທັງຄວາມເສື່ອມໄປໃນທັມແດ່ ແລ້ວແລຢູ່.


ອີກຢ່າງໜຶ່ງ ສະຕິຂອງເຂົາຕັ້ງໝັ້ນຢູ່ວ່າ ທັມມີຢູ່ກໍເປັນພຽງແຕ່ວ່າຮູ້ ເປັນພຽງແຕ່ວ່າ ອາສັຍກາຣຣະນຶກເທົ່ານັ້ນ ເຂົາເປັນຜູ້ບໍ່ມີອັນໃດອາສັຍແລ້ວ ແລະບໍ່ຖືໝັ້ນສິ່ງໃດໆໃນໂລກ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນທັມໃນທັມທັງຫລາຍ.


ພິກຂຸທັງຫລາຍ! ກໍຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ຢ່າງນີ້ຕລອດ ໗ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໖ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໕ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໔ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໓ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໒ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໑ ປີ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໗ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໖ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໕ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໔ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໓ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໒ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໑ ເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດເຄິ່ງເດືອນ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ;


ຜູ້ໃດຜູ້ໜຶ່ງທີ່ຈະເຣີນສະຕິປັຕຖານ ໔ ນີ້ ຢ່າງນີ້ຕລອດ ໗ ວັນ ເຂົາຍ່ອມຫວັງຜົລ ໒ ປະກາຣ ຢ່າງໃດຢ່າງໜຶ່ງຄື ອະຣະຫັຕະຜົລໃນປັຈຈຸບັນ ຫລືເມື່ອຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ.


ພິກຂຸທັງຫລາຍ! ຫົນທາງນີ້ເປັນທາງສາຍເອກ ເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອລ່ວງພົ້ນຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ, ຫົນທາງນີ້ຄື ສະຕິປັຕຖານ ໔ ດັ່ງນີ້ແລ; ຄໍາທີ່ເຮົາກ່າວດັ່ງພັນນະນາມານີ້ ເຮົາອາສັຍເອກະຍະນະມັຄກ່າວແລ້ວ.


ພຣະຜູ້ມີພຣະພາຄຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນຍິນດີ ຊື່ນຊົມພຣະພາສິຕຂອງພຣະຜູ້ມີພຣະພາຄແລ.




 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Mar 12, 2024
Rated 5 out of 5 stars.

Sadhu Khanoi

Like

Thonglouane Keorajavongsay
Thonglouane Keorajavongsay
Nov 05, 2023
Rated 5 out of 5 stars.

ຂໍນ້ອມກຣາບພຣະທັມຄຳສອນຂອງພຣະສາສດາ ຍາວແລະລະອຽດ ຂ້ານ້ອຍ 🙏🙏🙏

Like

Guest
Nov 05, 2023
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page