top of page
  • Writer's picturebuddhavacanaword

ເຣື່ອງພຣະມະຫາກັປປິນະນັ່ງໃນທ່າມກາງສົງຄ໌ ຫລືນັ່ງໃນທີ່ລັບອົງຄ໌ດຽວກໍຕາມ ຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍຍ່ອມບໍ່ມີ ເພາະໄດ້ຈະເຣີນ ໄດ້ກະທຳໃຫ້ຫລາຍເຊິ່ງອານາປານະສະຕິສະມາທິ

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໒໒-໓໒໓/໑໓໒໑-໑໓໒໖


Photo by Felix Mittermeier from Pexels


ທີ່ພຣະນະຄອຣສາວັຕຖີ. ກໍສມັຍນັ້ນ ທ່ານພຣະມະຫາກັປປິນະນັ່ງຄູ້ບັລລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ. ພຣະຜູ້ມີພຣະພາຄໄດ້ທອດພຣະເນຕເຫັນທ່ານພຣະມະຫາກັປປິນະນັ່ງຄູ້ບັລລັງກ໌ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ຄັນແລ້ວໄດ້ຕຣັສຖາມພິກຂຸທັງຫລາຍວ່າ:


ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍຂອງພິກຂຸນັ້ນຫລືໜໍ?


ພິກຂຸທັງຫລາຍກຣາບທູລວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ເວລາໃດ ພວກຂ້ານ້ອຍທັງຫລາຍເຫັນທ່ານຜູ້ມີອາຍຸນັ້ນນັ່ງໃນທ່າມກາງສົງຄ໌ ຫລືນັ່ງໃນທີ່ລັບອົງຄ໌ດຽວ ໃນເວລານັ້ນ ພວກຂ້ານ້ອຍທັງຫລາຍບໍ່ໄດ້ເຫັນຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍຂອງທ່ານຜູ້ມີອາຍຸນັ້ນເລີຍ.


ພິກຂຸທັງຫລາຍ! ຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍກໍດີ ຄວາມຫວັ່ນໄຫວຫລືຄວາມກວັດແກວ່ງແຫ່ງຈິຕກໍດີ ຍ່ອມບໍ່ມີ ເພາະໄດ້ຈະເຣີນ ໄດ້ກະທຳໃຫ້ຫລາຍເຊິ່ງສະມາທິໃດ ພິກຂຸນັ້ນໄດ້ສະມາທິນັ້ນຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ.


ພິກຂຸທັງຫລາຍ! ກໍຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍກໍດີ ຄວາມຫວັ່ນໄຫວຫລືຄວາມກວັດແກວ່ງແຫ່ງຈິຕກໍດີ ຍ່ອມບໍ່ມີ ເພາະໄດ້ຈະເຣີນ ໄດ້ກະທຳໃຫ້ຫລາຍເຊິ່ງສະມາທິເປັນຢ່າງໃດ?


ເພາະໄດ້ຈະເຣີນ ໄດ້ກະທຳໃຫ້ຫລາຍເຊິ່ງອານາປານະສະຕິສະມາທິ.


ພິກຂຸທັງຫລາຍ! ເມື່ອອານາປານະສະຕິສະມາທິ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວຢ່າງໃດ ຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍກໍດີ ຄວາມຫວັ່ນໄຫວຫລືຄວາມກວັດແກວ່ງແຫ່ງຈິຕກໍດີ ຍ່ອມບໍ່ມີ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ.


ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ.


ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳຈິຕຕະສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳຈິຕຕະສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປຣາໂມທຍ໌ຢ່າງຍິ່ງ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປຣາໂມທຍ໌ຢ່າງຍິ່ງ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ.


ພິກຂຸທັງຫລາຍ! ເມື່ອອານາປານະສະຕິສະມາທິ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວຢ່າງນີ້ແລ ຄວາມໄຫວຫລືຄວາມເອນອ່ຽງແຫ່ງກາຍກໍດີ ຄວາມຫວັ່ນໄຫວຫລືຄວາມກວັດແກວ່ງແຫ່ງຈິຕກໍດີ ຍ່ອມບໍ່ມີ.



56 views2 comments

Related Posts

See All

2 comentários

Avaliado com 0 de 5 estrelas.
Ainda sem avaliações

Adicione uma avaliação
Thonglouane Keorajavongsay
Thonglouane Keorajavongsay
06 de set.
Avaliado com 5 de 5 estrelas.

🌷🙏🙏🙏🌷 ໃນພຣະທັມຄຳສອນຂອງພຣະຜູ້ມີພຣະພາຄເຈົ້າ ຂ້ານ້ອຍ

Curtir

Convidado:
06 de set.
Avaliado com 5 de 5 estrelas.

🙏🙏🙏ສາທຸຂ້ານ້ອຍ

Curtir
bottom of page