The Buddha's words
ວິນັຍປິດົກ ມະຫາວັຄ ພາຄ ໒ ເຫລັ້ມ ໕/໒໕໑-໒໖໒/໒໔໒-໒໔໕
Photo by Spencer Goggin on Unsplash
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ໃນພຣະນະຄອຣພາຣານະສີ ໄດ້ມີພຣະເຈົ້າກາສີພຣະນາມວ່າ ພຣົມມະທັຕ ຊົງເປັນກະສັຕທີ່ມັ່ງຄັ້ງ ມີພຣະຣາຊະຊັພຍ໌ຫລາຍ ມີພຣະຣາຊະສົມບັດຫລາຍ ມີຣີ້ພົລຫລາຍ ມີພຣະຣາຊະພາຫະນະຫລາຍ ມີພຣະຣາຊະອານາຈັກໃຫຍ່ ມີຄັງ ສັສຕຣາອາວຸທຍຸທທະພັນ ແລະຄັງທັນຍາຫາຣບໍຣິບູນ ສ່ວນພຣະເຈົ້າໂກສົລພຣະນາມວ່າ ທີຄີຕິ ຊົງເປັນກະສັຕຂັດສົນ ມີພຣະຣາຊະຊັພຍ໌ໜ້ອຍ ມີພຣະຣາຊະສົມບັດໜ້ອຍ ມີຣີ້ພົລໜ້ອຍ ມີພຣະຣາຊະພາຫະນະໜ້ອຍ ມີພຣະຣາຊະອານາຈັກນ້ອຍ ມີຄັງສັສຕຣາອາວຸທຍຸທທະພັນ ແລະຄັງທັນຍາຫາຣບໍ່ບໍຣິບູນ.
ຄັ້ງນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊ ສະເດັຈກຣີທາຈາຕຸຣົງຄະເສນາໄປໂຈມຕີພຣະເຈົ້າທີຄີຕິໂກສົລຣາຊ ພຣະເຈົ້າທີຄີຕິໂກສົລຣາຊໄດ້ຊົງສະດັບຂ່າວວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊ ສະເດັຈກຣີທາຈາຕຸຣົງຄະເສນາມາໂຈມຕີພຣະອົງຄ໌ ຈິ່ງຊົງພຣະຣາຊະດຳຣິວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊ ຊົງເປັນກະສັຕທີ່ມັ່ງຄັ້ງ ມີພຣະຣາຊະຊັພຍ໌ຫລາຍ ມີພຣະຣາຊະສົມບັດຫລາຍ ມີຣີ້ພົລຫລາຍ ມີພຣະຣາຊະພາຫະນະຫລາຍ ມີພຣະຣາຊະອານາຈັກໃຫຍ່ ມີຄັງສັສຕຣາອາວຸທຍຸທທະພັນ ແລະຄັງທັນຍາຫາຣບໍຣິບູນ ສ່ວນເຮົາເປັນຄົນທີ່ຂັດສົນ ມີພຣະຣາຊະຊັພຍ໌ໜ້ອຍ ມີພຣະຣາຊະສົມບັດໜ້ອຍ ມີຣີ້ພົລໜ້ອຍ ມີພຣະຣາຊະພາຫະນະໜ້ອຍ ມີພຣະຣາຊະອານາຈັກນ້ອຍ ມີຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣບໍ່ບໍຣິບູນ ເຮົາບໍ່ສາມາດຈະຕໍ່ສູ້ກັບພຣະເຈົ້າພຣົມມະທັຕກາສິກະຣາຊແມ່ນພຽງເສິກດຽວ ຖ້າເຊັ່ນນັ້ນ ເຮົາຄວນຟ້າວໜີອອກຈາກພຣະນະຄອຣໄປເສຍກ່ອນດີກວ່າ ຄັນແລ້ວຊົງພາມະເຫສີສະເດັຈໜີອອກຈາກພຣະນະຄອຣໄປເສຍກ່ອນ ຝ່າຍພຣະເຈົ້າພຣົມມະທັຕກາສິກະຣາຊຊົງຢຶດຣີ້ພົລ ພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພຣະເຈົ້າທີຄີຕິໂກສົລຣາຊໄວ້ໄດ້ແລ້ວສະເດັຈເຂົ້າຄອບຄອງແທນ.
ຄັ້ງນັ້ນ ພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບພຣະມະເຫສີໄດ້ສະເດັຈໜີໄປທາງພຣະນະຄອຣພາຣານະສີ ສະເດັຈໂຄຈອຣໄປຕາມລຳດັບ ເຖິງພຣະນະຄອຣພາຣານະສີແລ້ວ ຂ່າວວ່າພຣະອົງຄ໌ພ້ອມກັບມະເຫສີຊົງປອມແປງພຣະອົງຄ໌ບໍ່ໃຫ້ໃຜຮູ້ຈັກ ຊົງນຸ່ງຫົ່ມເໝືອນປະຣິພາຊົກ ສະເດັຈອາສັຍຢູ່ໃນເຮືອນຂອງຊ່າງໝໍ້ ເຊິ່ງຕັ້ງຢູ່ຊາຍແດນແຫ່ງໜຶ່ງເຂດພຣະນະຄອຣພາຣານະສີນັ້ນ ຄັນຕໍ່ມາບໍ່ນານເທົ່າໃດ ມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊຊົງຕັ້ງພຣະຄັນ ພຣະນາງຊົງແພ້ພຣະຄັນເຫັນປານນີ້ຄື ເມື່ອຍາມຮຸ່ງອາຣຸນ ຊົງປາຖນາຈະທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະປາຖນາຈະຊົງສເວີຍນ້ຳລ້າງພຣະແສງຂັນ (ນ້ຳລ້າງດາບ) ຈິ່ງກຣາບທູລຄຳນີ້ແດ່ພຣະຣາຊະສາມີໃນທັນທີວ່າ:
ຂໍເດຊະ ນ້ອງມີຄັນ ໄດ້ແພ້ຄັນເຫັນປານນີ້ຄື ເມື່ອຍາມຮຸ່ງອາຣຸນ ນ້ອງປາຖນາຈະທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະປາຖນາດື່ມນ້ຳລ້າງພຣະແສງຂັນ ຂ້ານ້ອຍ!
ພຣະຣາຊາຕຣັສສັ່ງວ່າ ແມ່ເທວີ ເຮົາທັງສອງກຳລັງຕົກຢູ່ໃນຄວາມຍາກລຳບາກ ຈະໄດ້ຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບແລະນ້ຳລ້າງພຣະແສງຂັນມາແຕ່ໃສ.
ພຣະຣາຊະເທວີກຣາບທູລວ່າ ຖ້ານ້ອງບໍ່ໄດ້ຄົງຕາຍແນ່ ຂ້ານ້ອຍ.
ກໍສມັຍນັ້ນ ພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊເປັນສະຫາຍຂອງພຣະເຈົ້າທີຄີຕິໂກສົລຣາຊ ພຣະເຈົ້າທີຄີຕິໂກສົລຣາຊຈິ່ງສະເດັຈເຂົ້າໄປຫາພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊ ຄັນເຖິງແລ້ວໄດ້ຕຣັສຄຳນີ້ແກ່ທ່ານພຣາມວ່າ ສະຫາຍ ເພື່ອນຍິງຂອງເພື່ອນມີຄັນ ນາງແພ້ທ້ອງມີອາກາຣເຫັນປານນີ້ຄື ເມື່ອຍາມຮຸ່ງອາຣຸນ ນາງປາຖນາຈະທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະປາຖນາດື່ມນ້ຳລ້າງພຣະແສງຂັນ.
ພຣາມປຸໂຣຫິຕກຣາບທູລວ່າ ຂໍເດຊະ ຖ້າເຊັ່ນນັ້ນ ເຮົາຈະຂໍເຝົ້າພຣະເທວີກ່ອນ.
ລຳດັບນັ້ນ ພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊໄດ້ສະເດັຈເຂົ້າໄປຫາພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊ ພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊໄດ້ແລເຫັນພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊກຳລັງສະເດັຈມາແຕ່ໄກ ຄັນແລ້ວລຸກຈາກທີ່ນັ່ງ ຫົ່ມຜ່າບ່ຽງບ່າ ປະນົມມືໄປທາງພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊ ແລ້ວເປັ່ງອຸທານຂຶ້ນ ໓ ຄັ້ງວ່າ:
ທ່ານຜູ້ຈະເຣີນ! ພຣະເຈົ້າໂກສົລປະທັບຢູ່ໃນພຣະອຸທອນແນ່ແລ້ວ, ພຣະເຈົ້າໂກສົລປະທັບຢູ່ໃນພຣະອຸທອນແນ່ແລ້ວ, ພຣະເຈົ້າໂກສົລປະທັບຢູ່ໃນພຣະອຸທອນແນ່ແລ້ວ, ເພາະສະນັ້ນ ພຣະເທວີຢ່າໄດ້ເສຍພຣະທັຍ ເມື່ອຍາມຮຸ່ງອາຣຸນ ຈັກໄດ້ທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະຈັກໄດ້ຊົງສເວີຍນ້ຳລ້າງພຣະແສງຂັນແນ່ແທ້.
ພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງເຂົ້າໄປໃນພຣະຣາຊະສຳນັກ ຄັນເຖິງແລ້ວໄດ້ກຣາບທູລພຣະເຈົ້າພຣົມມະທັຕກາສິກະຣາຊວ່າ:
ຂໍເດຊະ! ນິມິຕທັງຫລາຍປາກົຕຕາມກຳນົດວິທີກາຣຄື ໃນເວລາຮຸ່ງອາຣຸນໃນມື້ອື່ນ ຈະຕຸຣົງຄະເສນາຈະຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະເຈົ້າພະນັກງານຈະເອົານ້ຳລ້າງພຣະແສງຂັນດ້ວຍ ຂ້ານ້ອຍ.
ລຳດັບນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງມີພຣະບໍຣົມຣາຊະອົງກາຣສັ່ງເຈົ້າພະນັກງານທັງຫລາຍວ່າ:
ທ່ານທັງຫລາຍ! ພຣາມປຸໂຣຫິຕສັ່ງກາຣຢ່າງໃດ ພວກເຈົ້າຈົ່ງກະທຳຢ່າງນັ້ນ.
ພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊໄດ້ທອດພຣະເນຕຈະຕຸຣົງຄະເສນາ ຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະໄດ້ສເວີຍນ້ຳພຣະແສງຂັນໃນເວລາຮຸ່ງອາຣຸນສົມປາຖນາ ຄັນຕໍ່ມາຊົງອາສັຍຄວາມແກ່ແຫ່ງຄັນນັ້ນ ໄດ້ປະສູຕພຣະຣາຊະໂອຣົສ ພຣະຊະນົກຊົນນະນີໄດ້ຂະໜານພຣະນາມພຣະຣາຊະໂອຣົສນັ້ນວ່າ ທີຄາວຸ ແລະຕໍ່ມາບໍ່ນານເທົ່າໃດ ທີຄາວຸຣາຊະກຸມາຣກໍເຖິງຄວາມເປັນຜູ້ຮູ້ດຽງສາ.
ຄັ້ງນັ້ນ ພຣະເຈົ້າທີຄີຕິໂກສົລຣາຊດຳຣິວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊນີ້ ກໍ່ຄວາມພິນາສໃຫ້ແກ່ພວກເຮົາມາກມາຍ ໄດ້ຊ່ວງຊິງເອົາຣີ້ພົລ ພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພວກເຮົາໄປ ຖ້າພຣະອົງຄ໌ຈັກສືບຊາບເຖິງພວກເຮົາ ຄົງສັ່ງໃຫ້ປະຫານຊີວິຕໝົດທັງສາມຄົນ ຖ້າເຊັ່ນນັ້ນ ເຮົາຄວນໃຫ້ທີຄາວຸຣາຊະກຸມາຣຫລົບຢູ່ນອກພຣະນະຄອຣ ຄັນແລ້ວໄດ້ໃຫ້ທີຄາວຸຣາຊະກຸມາຣຫລົບຢູ່ນອກພຣະນະຄອຣ ຄັນທີຄາວຸຣາຊະກຸມາຣຫລົບຢູ່ນອກພຣະນະຄອຣ ບໍ່ນານເທົ່າໃດ ກໍໄດ້ສຶກສາສີລະປະສຳເຣັຈທຸກສາຂາ.
ພິກຂຸທັງຫລາຍ! ກໍສມັຍນັ້ນ ນາຍຊ່າງກັລບົກຂອງພຣະເຈົ້າທີຄີຕິໂກສົລຣາຊໄດ້ສະສວາມິພັກກັບພຣະເຈົ້າພຣົມມະທັຕກາສິກະຣາຊ ເຂົາໄດ້ເຫັນພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບມະເຫສີຊົງປອມແປງພຣະກາຍບໍ່ໃຫ້ໃຜຮູ້ຈັກ ຊົງນຸ່ງຫົ່ມເໝືອນປະຣິພາຊົກ ສະເດັຈອາສັຍຢູ່ໃນເຮືອນຂອງຊ່າງໝໍ້ ເຊິ່ງຕັ້ງຢູ່ໃນຊາຍແດນແຫ່ງໜຶ່ງ ເຂດພຣະນະຄອຣພຣະພາຣານະສີ ຄັນແລ້ວຈິ່ງໄດ້ເຂົ້າໄປເຝົ້າພຣະເຈົ້າພຣົມມະທັຕກາສິກະຣາຊ ໄດ້ກຣາບທູລວ່າ:
ຂໍເດຊະ! ພຣະເຈົ້າທີຄີຕິໂກສົລຣາຊຊົງປອມແປງພຣະກາຍບໍ່ໃຫ້ໃຜຮູ້ຈັກ ຊົງນຸ່ງຫົ່ມເໝືອນປະຣິພາຊົກ ສະເດັຈອາສັຍຢູ່ໃນເຮືອນຂອງຊ່າງໝໍ້ ເຊິ່ງຕັ້ງຢູ່ໃນຊາຍແດນແຫ່ງໜຶ່ງ ເຂດພຣະນະຄອຣພາຣານະສີ ຂ້ານ້ອຍ.
ຄັ້ງນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງມີພຣະບໍຣົມຣາຊະອົງກາຣສັ່ງເຈົ້າພະນັກງານທັງຫລາຍວ່າ:
ທ່ານທັງຫລາຍ! ຖ້າຢ່າງນັ້ນ ພວກເຈົ້າຈົ່ງໄປຈັບພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບພຣະມະເຫສີ.
ພວກເຂົາທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ ດັ່ງນັ້ນແລ້ວໄປຈັບພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບພຣະມະເຫສີມາຖວາຍ.
ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງມີພຣະບໍຣົມຣາຊະອົງກາຣສັ່ງເຈົ້າພະນັກງານທັງຫລາຍວ່າ:
ທ່ານທັງຫລາຍ! ຖ້າຢ່າງນັ້ນ ພວກເຈົ້າຈົ່ງເອົາເຊືອກທີ່ ໜຽວໆມັດພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບພຣະມະເຫສີ ມັດໃຫ້ແໜ້ນໃຫ້ມີພຣະພາຫະໄຂ່ວຫລັງ ແຖພຣະສຽນໃຫ້ໂລ້ນ ແລ້ວນຳຕະເວນໄປຕາມຖະໜົນ ຕາມຮ່ອມທຸກແຫ່ງ ດ້ວຍວັຊຊະເພຣີມີສຳນຽງອັນຄົມຄາຍ ແລ້ວໃຫ້ອອກໄປທາງປະຕູດ້ານທັກຂິນ ຮັ່ນໂຕອອກເປັນ ໔ ທ່ອນ ວາງຮຽງໄວ້ໃນຂຸມ ໔ ທິສທາງດ້ານທັກຂິນແຫ່ງພຣະນະຄອຣ ພວກເຂົາທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ:
ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ! ດັ່ງນັ້ນແລ້ວ ໄດ້ເອົາເຊືອກຢ່າງໜຽວມັດພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບມະເຫສີ ມັດໃຫ້ແໜ້ນ ໃຫ້ມີພຣະພາຫະໄຂ່ວຫລັງ ແຖພຣະສຽນໃຫ້ໂລ້ນ ແລ້ວນຳຕະເວນໄປຕາມຖະໜົນ ຕາມຮ່ອມທົ່ວທຸກແຫ່ງດ້ວຍວັຊຊະເພຣີທີ່ມີສຳນຽງຄົມຄາຍ.
ຄັ້ງນັ້ນ ທີຄາວຸຣາຊະກຸມາຣໄດ້ຊົງດຳຣິດັ່ງນີ້ວ່າ ນານມາແລ້ວທີ່ເຮົາໄດ້ເຂົ້າຢ້ຽມພຣະຊະນົກຊົນນະນີ ຖ້າເຊັ່ນນັ້ນ ເຮົາຄວນໄປເຝົ້າຢ້ຽມພຣະຊະນົກຊົນນະນີ ຄັນແລ້ວເຂົ້າໄປສູ່ພຣະນະຄອຣພາຣານະສີ ໄດ້ທອດພຣະເນຕເຫັນເຈົ້າພະນັກງານທັງຫລາຍເອົາເຊືອກຢ່າງໜຽວມັດພຣະຊະນົກຊົນນະນີຈົນແໜ້ນ ໃຫ້ມີພຣະພາຫະໄຂ່ວຫລັງ ແຖພຣະສຽນໃຫ້ໂລ້ນ ນຳຕະເວນໄປຕາມຖະໜົນ ຕາມຮ່ອມທົ່ວທຸກແຫ່ງດ້ວຍວັຊຊະເພຣີທີ່ມີສຳນຽງຄົມຄາຍ ຄັນແລ້ວສະເດັຈພຣະດຳເນີນເຂົ້າໄປໃກ້ພຣະຊະນົກຊົນນະນີ ພຣະເຈົ້າທີຄີຕິໂກສົລຣາຊໄດ້ທອດພຣະເນຕເຫັນທີຄາວຸກຸມາຣສະເດັຈດຳເນີນມາແຕ່ໄກ ຄັນແລ້ວໄດ້ຕຣັສພຣະບໍຣົມຣາຊະໂອວາທນີ້ແກ່ທີຄາວຸກຸມາຣວ່າ:
ທີຄາວຸ! ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ.
ເມື່ອພຣະອົງຄ໌ຕຣັສຢ່າງນີ້ແລ້ວ ເຈົ້າພະນັກງານເຫລົ່ານັ້ນໄດ້ທູລຄຳນີ້ແກ່ພຣະອົງຄ໌ວ່າ ພຣະເຈົ້າທີຄີຕິໂກສົລຣາຊນີ້ເປັນຜູ້ວິກົລຈະຣິຕຈິ່ງບົ່ນເພີ້ຢູ່ ທີຄາວຸຂອງພຣະອົງຄ໌ຄືໃຜ ພຣະອົງຄ໌ຕຣັສຢ່າງນີ້ກັບໃຜວ່າ ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ.
ພຣະເຈົ້າທີຄີຕິໂກສົລຣາຊຕຣັສວ່າ ທ່ານທັງຫລາຍ ເຮົາບໍ່ໄດ້ເສຍຈະຣິຕບົ່ນເພີ້ຢູ່ ແຕ່ຜູ້ໃດຮູ້ເຣື່ອງ ຜູ້ນັ້ນຈັກເຂົ້າໃຈ.
ພຣະເຈົ້າທີຄີຕິໂກສົລຣາຊໄດ້ຕຣັສພຣະບໍຣົມຣາຊະໂອວາທນີ້ແກ່ທີຄາວຸກຸມາຣເປັນຄັ້ງທີສອງວ່າ:
ທີຄາວຸ! ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ.
ເມື່ອພຣະອົງຄ໌ຕຣັສຢ່າງນີ້ແລ້ວ ເຈົ້າພະນັກງານເຫລົ່ານັ້ນໄດ້ທູລຄຳນີ້ແກ່ພຣະອົງຄ໌ວ່າ ພຣະເຈົ້າທີຄີຕິໂກສົລຣາຊນີ້ເປັນຜູ້ວິກົລຈະຣິຕຈິ່ງບົ່ນເພີ້ຢູ່ ທີຄາວຸຂອງພຣະອົງຄ໌ຄືໃຜ ພຣະອົງຄ໌ຕຣັສຢ່າງນີ້ກັບໃຜວ່າ ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ.
ພຣະເຈົ້າທີຄີຕິໂກສົລຣາຊຕຣັສວ່າ ທ່ານທັງຫລາຍ ເຮົາບໍ່ໄດ້ເສຍຈະຣິຕບົ່ນເພີ້ຢູ່ ແຕ່ຜູ້ໃດຮູ້ເຣື່ອງ ຜູ້ນັ້ນຈັກເຂົ້າໃຈ.
ພຣະເຈົ້າທີຄີຕິໂກສົລຣາຊໄດ້ຕຣັສພຣະບໍຣົມຣາຊະໂອວາທນີ້ແກ່ທີຄາວຸກຸມາຣເປັນຄັ້ງທີສາມວ່າ:
ທີຄາວຸ! ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ.
ເມື່ອພຣະອົງຄ໌ຕຣັສຢ່າງນີ້ແລ້ວ ເຈົ້າພະນັກງານເຫລົ່ານັ້ນໄດ້ທູລຄຳນີ້ແກ່ພຣະອົງຄ໌ວ່າ ພຣະເຈົ້າທີຄີຕິໂກສົລຣາຊນີ້ເປັນຜູ້ວິກົລຈະຣິຕຈິ່ງບົ່ນເພີ້ຢູ່ ທີຄາວຸຂອງພຣະອົງຄ໌ຄືໃຜ ພຣະອົງຄ໌ຕຣັສຢ່າງນີ້ກັບໃຜວ່າ ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ.
ພຣະເຈົ້າທີຄີຕິໂກສົລຣາຊຕຣັສວ່າ ທ່ານທັງຫລາຍ ເຮົາບໍ່ໄດ້ເສຍຈະຣິຕບົ່ນເພີ້ຢູ່ ແຕ່ຜູ້ໃດຮູ້ເຣື່ອງ ຜູ້ນັ້ນຈັກເຂົ້າໃຈ.
ພະນັກງານເຫລົ່ານັ້ນໄດ້ນຳພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບພຣະມະເຫສີໄປຕາມຖະໜົນ ຕາມຮ່ອມທົ່ວທຸກແຫ່ງ ແລ້ວໃຫ້ອອກໄປທາງປະຕູດ້ານທັກຂິນ ຮັ່ນໂຕອອກເປັນ ໔ ທ່ອນ ວາງຮຽງໄວ້ໃນຂຸມ ໔ ທິສທາງດ້ານທັກຂິນແຫ່ງພຣະນະຄອຣ ວາງຍາມຄອຍລະວັງເຫຕກາຣໄວ້ແລ້ວກັບໄປ.
ຄັ້ງນັ້ນ ທີຄາວຸຣາຊະກຸມາຣເຂົ້າໄປສູ່ພຣະນະຄອຣພາຣານະສີ ນຳສຸຣາມາລ້ຽງພວກເຈົ້າໜ້າທີ່ທີ່ຢູ່ຍາມ ເມື່ອເວລາທີ່ຄົນເຫລົ່ານັ້ນເມົາຟຸບລົງ ທີຄາວຸຣາຊະກຸມາຣຈິ່ງຈັດຫາຟືນມາວາງຮຽງກັນໄວ້ ຍົກພຣະບໍຣົມສົບຂອງພຣະຊະນົກຊົນນະນີຂຶ້ນສູ່ພຣະຈິຕກາທາຣ ຖວາຍພຣະເພີງ ແລ້ວປະນົມພຣະຫັຕຖ໌ ກະທຳປະທັກຂິນພຣະຈິຕກາທາຣ ໓ ຮອບ.
ຂະນະນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊປະທັບຢູ່ຊັ້ນເທິງແຫ່ງປາສາທອັນປະເສີດໄດ້ທອດພຣະເນຕເຫັນທີຄາວຸຣາຊະກຸມາຣກຳລັງປະນົມພຣະຫັຕຖ໌ກະທຳປະ ທັກຂິນພຣະຈິຕກາທາຣ ໓ ຮອບ ຄັນແລ້ວໄດ້ຊົງດຳຣິວ່າ ເຈົ້າຄົນນັ້ນຄົງເປັນຍາຕຫລືສາຍໂລຫິຕຂອງພຣະເຈົ້າທີຄີຕິໂກສົລຣາຊແນ່ນອນ ໜ້າກົວ ຈະກໍ່ຄວາມຈິບຫາຍແກ່ເຮົາ ຊ່າງບໍ່ມີໃຜບອກເຮົາເລີຍ.
ຄັ້ງນັ້ນ ທີຄາວຸຣາຊະກຸມາຣສະເດັຈຫລົບເຂົ້າປ່າໄປ ຊົງກັນແສງຮ້ອງໄຫ້ຈົນພໍແກ່ເຫຕ ຊົງຊັບນ້ຳພຣະເນຕ ແລ້ວສະເດັຈເຂົ້າພຣະນະຄອຣພາຣານະສີ ໄປເຖິງໂຮງຊ້າງໃກ້ພຣະບໍຣົມມະຫາຣາຊະວັງ ແລ້ວໄດ້ຕຣັສຄຳນີ້ແກ່ນາຍຫັຕຖາຈາຣຍ໌ວ່າ:
ທ່ານອາຈາຣຍ໌! ຂ້ານ້ອຍປາຖນາຈະສຶກສາສີລະປະ
ນາຍຫັຕຖາຈາຣຍ໌ຕອບວ່າ ຖ້າເຊັ່ນນັ້ນ ເຊີນມາສຶກສາເຖີດເຈົ້າໜຸ່ມນ້ອຍ.
ຢູ່ມາວັນໜຶ່ງ ທີຄາວຸຣາຊະກຸມາຣຊົງຕື່ນບັນທົມຕອນປັຈຈຸສມັຍແຫ່ງຣາຕຣີ ແລ້ວຊົງຂັບຮ້ອງແລະດີດພິນຄໍສຽງເຈີ້ຍແຈ໋ວຢູ່ທີ່ໂຮງຊ້າງ.
ພຣະເຈົ້າພຣົມມະທັຕກາສິກະຣາຊຊົງຕື່ນບັນທົມຕອນເວລາປັຈຈຸສມັຍແຫ່ງຣາຕຣີ ໄດ້ຊົງສະດັບສຽງເພງແລະສຽງພິນທີ່ດີດ ຄໍສຽງອັນເຈີ້ຍແຈ໋ວດັງແວ່ວມາທາງໂຮງມຸງຄຸລຫັຕຖີ ຈິ່ງມີພຣະດຳຣັສຖາມພວກມະຫາດເລັກວ່າ:
ທ່ານທັງຫລາຍ! ໃຜຕື່ນໃນເວລາເຊົ້າມືດແຫ່ງຣາຕຣີ ແລ້ວຂັບຮ້ອງແລະດີດພິນແວ່ວມາທາງໂຮງຊ້າງ?
ພວກມະຫາດເລັກກຣາບທູລວ່າ ຂໍເດຊະຂ້ານ້ອຍ ຊາຍ ໜຸ່ມສິດຂອງນາຍຫັຕຖາຈາຣຍ໌ຊື່ນັ້ນ ຕື່ນໃນເວລາເຊົ້າມືດແຫ່ງຣາຕຣີແລ້ວ ຂັບຮ້ອງແລະດີດພິນ ຄໍສຽງເຈີ້ຍແຈ໋ວດັງທີ່ໂຮງຊ້າງ ຂ້ານ້ອຍ!
ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສວ່າ ທ່ານທັງຫລາຍ ຖ້າຢ່າງນັ້ນ ຈົ່ງພາຊາຍໜຸ່ມມາເຝົ້າ ພວກເຂົາທູລຮັບສະໜອງພຣະບໍຣົມຣາຊະອົງກາຣແລ້ວ ພາທີຄາວຸຣາຊະກຸມາຣມາເຝົ້າ ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງໄດ້ຕຣັສຖາມທີຄາວຸຣາຊະກຸມາຣວ່າ:
ເຈົ້າຊາຍໜຸ່ມ! ເຈົ້າຕື່ນໃນເວລາເຊົ້າແຫ່ງຣາຕຣີແລ້ວຂັບຮ້ອງແລະດີດພິນຄໍສຽງອັນເຈີ້ຍແຈ໋ວດັງທາງໂຮງຊ້າງຫລື?
ທີຄາວຸຣາຊະກຸມາຣທູລຮັບວ່າ ເປັນດັ່ງນັ້ນ ຂ້ານ້ອຍ!
ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສວ່າ ເຈົ້າຊາຍໜຸ່ມ ຖ້າເຊັ່ນນັ້ນ ເຈົ້າຈົ່ງຂັບຮ້ອງແລະດີດພິນໄປ
ທີຄາວຸຣາຊະກຸມາຣທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ ດັ່ງນັ້ນແລ້ວປະສົງຈະໃຫ້ຊົງເປັນທີ່ໂປດປານ ຈິ່ງຂັບຮ້ອງແລະດີດພິນດ້ວຍສຽງອັນມ່ວນ.
ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສວ່າ ເຈົ້າຊາຍໜຸ່ມ ເຈົ້າຈົ່ງຢູ່ຮັບໃຊ້ເຮົາເຖີດ.
ທີຄາວຸຣາຊະກຸມາຣທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ ດັ່ງນັ້ນແລ້ວ ຈິ່ງປະພຶດທຳນອງຕື່ນກ່ອນນອນທີຫລັງ ຄອຍເຝົ້າຟັງພຣະຣາຊະດຳຣັສໃຊ້ ປະພຶດໃຫ້ຖືກພຣະອັທທະຍາສັຍ ເຈຣະຈາດ້ວຍຖ້ອຍຄຳອັນມ່ວນຕໍ່ພຣະເຈົ້າພຣົມມະທັຕກາສິກະຣາຊ.
ຄັນຕໍ່ມາບໍ່ນານ ພຣະອົງຄ໌ຊົງແຕ່ງຕັ້ງທີຄາວຸຣາຊະກຸມາຣໄວ້ໃນຕຳແໜ່ງຜູ້ໄວ້ວາງພຣະຣາຊະຫະລະທັຍ ໃກ້ຊິດສະໜິດພາຍໃນ.
ຢູ່ມາວັນໜຶ່ງ ພຣະອົງຄ໌ໄດ້ຕຣັສຄຳນີ້ແກ່ທີຄາວຸຣາຊະກຸມາຣວ່າ
ເຈົ້າຊາຍໜຸ່ມ! ເຈົ້າຈົ່ງທຽມຣົຖ ພວກເຮົາຈັກໄປລ່າເນື້ອ
ທີຄາວຸຣາຊະກຸມາຣທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ ແລ້ວຈັດທຽມຣົຖໄວ້ສຳເຣັຈ ໄດ້ກຣາບທູລຄຳນີ້ແດ່ພຣະເຈົ້າພຣົມມະທັຕກາສິກະຣາຊວ່າ ຂໍເດຊະ ຣົຖພຣະທີ່ນັ່ງທຽມສຳເຣັຈແລ້ວ ຂ້ານ້ອຍ ບັດນີ້ ຂໍພຣະອົງຄ໌ຊົງພຣະກະຣຸນາໂປດຊາບກາລອັນຄວນເຖີດ ຂ້ານ້ອຍ.
ລຳດັບນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊສະເດັຈຂຶ້ນຣາຊະຣົຖ ທີຄາວຸຣາຊະກຸມາຣຂັບຣາຊະຣົຖໄປ ແຕ່ຂັບຣາຊະຣົຖໄປໂດຍວິທີທີ່ໝູ່ເສນາໄດ້ແຍກໄປທາງໜຶ່ງ ຣາຊະຣົຖໄດ້ແຍກໄປອີກທາງໜຶ່ງ ຄັ້ງນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊສະເດັຈໄປໄກ ແລ້ວໄດ້ຕຣັສຄຳນີ້ແກ່ທີຄາວຸຣາຊະກຸມາຣວ່າ:
ເຈົ້າຊາຍໜຸ່ມ! ຖ້າເຊັ່ນນັ້ນເຈົ້າຈົ່ງຈອດຣົຖ ເຮົາອິດເມື່ອຍຈັກນອນພັກ.
ທີຄາວຸຣາຊະກຸມາຣທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ ດັ່ງນັ້ນແລ້ວຈອດຣົຖ ນັ່ງຂັດສະມາທິຢູ່ທີ່ພື້ນດິນ ພຣະເຈົ້າພຣົມມະທັຕກາສິກະຣາຊຈຶ່ງຊົງພາດພຣະສຽນບັນທົມຢູ່ເທິງຕັກຂອງທີຄາວຸຣາຊະກຸມາຣ ເມື່ອພຣະອົງຄ໌ຊົງອິດເມື່ອຍມາ ພຽງຊົ່ວຂະນະດຽວກໍບັນທົມຫລັບ.
ຂະນະນັ້ນ ທີຄາວຸຣາຊະກຸມາຣຄິດເຖິງຄວາມຫລັງວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊນີ້ແລ ຊົງກໍ່ຄວາມຈິບຫາຍແກ່ພວກເຮົາມາກມາຍ ພຣະອົງຄ໌ຊົງຊ່ວງຊິງຣີ້ພົລ ຣາຊະພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພວກເຮົາໄປ ແລະຍັງໄດ້ປົງພຣະຊົນຊີບພຣະຊະນົກຊົນນະນີຂອງເຮົາອີກດ້ວຍ ເວລານີ້ເປັນເວລາທີ່ເຮົາພົບຄູ່ເວຣ ດັ່ງນີ້ ຈິ່ງຊັກພຣະແສງຂັນອອກຈາກຝັກ ແຕ່ເຈົ້າຊາຍໄດ້ຊົງຍັ້ງພຣະທັຍໄວ້ໄດ້ທັນທີວ່າ ພຣະຊະນົກໄດ້ຊົງສັ່ງເຮົາໄວ້ເມື່ອໃກ້ສວັນຄົຕວ່າ ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ ກາຣທີ່ຈະລະເມີດພຣະດຳຣັສສັ່ງຂອງພຣະຊະນົກນັ້ນ ບໍ່ສົມຄວນແກ່ເຮົາເລີຍ ດັ່ງນີ້ ແລ້ວສອດພຣະແສງຂັນເຂົ້າໄວ້ໃນຝັກ.
ທີຄາວຸຣາຊະກຸມາຣຄິດເຖິງຄວາມຫລັງເປັນຄັ້ງທີສອງວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊນີ້ແລ ຊົງກໍ່ຄວາມຈິບຫາຍແກ່ພວກເຮົາມາກມາຍ ພຣະອົງຄ໌ຊົງຊ່ວງຊິງຣີ້ພົລ ຣາຊະພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພວກເຮົາໄປ ແລະຍັງໄດ້ປົງພຣະຊົນຊີບພຣະຊະນົກຊົນນະນີຂອງເຮົາອີກດ້ວຍ ເວລານີ້ເປັນເວລາທີ່ເຮົາພົບຄູ່ເວຣ ດັ່ງນີ້ ຈິ່ງຊັກພຣະແສງຂັນອອກຈາກຝັກ ແຕ່ກໍຊົງຍັ້ງພຣະທັຍໄວ້ໄດ້ທັນທີວ່າ ພຣະຊະນົກໄດ້ຊົງສັ່ງເຮົາໄວ້ເມື່ອໃກ້ສວັນຄົຕວ່າ ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ ກາຣທີ່ຈະລະເມີດພຣະດຳຣັສສັ່ງຂອງພຣະຊະນົກນັ້ນ ບໍ່ສົມຄວນແກ່ເຮົາເລີຍ ດັ່ງນີ້ ແລ້ວສອດພຣະແສງຂັນເຂົ້າໄວ້ໃນຝັກ.
ທີຄາວຸຣາຊະກຸມາຣຄິດເຖິງຄວາມຫລັງເປັນທີສາມວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊນີ້ແລ ຊົງກໍ່ຄວາມຈິບຫາຍແກ່ພວກເຮົາມາກມາຍ ພຣະອົງຄ໌ຊົງຊ່ວງຊິງຣີ້ພົລ ຣາຊະພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພວກເຮົາໄປ ແລະຍັງໄດ້ປົງພຣະຊົນຊີບພຣະຊະນົກຊົນນະນີຂອງເຮົາອີກດ້ວຍ ເວລານີ້ເປັນເວລາທີ່ເຮົາພົບຄູ່ເວຣ ດັ່ງນີ້ ຈິ່ງຊັກພຣະແສງຂັນອອກຈາກຝັກ ແຕ່ກໍຊົງຍັ້ງພຣະທັຍໄວ້ໄດ້ທັນທີວ່າ ພຣະຊະນົກໄດ້ຊົງສັ່ງເຮົາໄວ້ເມື່ອໃກ້ສວັນຄົຕວ່າ ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ ກາຣທີ່ຈະລະເມີດພຣະດຳຣັສສັ່ງຂອງພຣະຊະນົກນັ້ນ ບໍ່ສົມຄວນແກ່ເຮົາເລີຍ ດັ່ງນີ້ ແລ້ວສອດພຣະແສງຂັນເຂົ້າໄວ້ໃນຝັກຕາມເດີມ.
ຂະນະນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊຊົງກົວຫວາດຫວັ່ນ ສະດຸ້ງພຣະທັຍຟ້າວສະເດັຈລຸກຂຶ້ນ ທີຄາວຸຣາຊະກຸມາຣໄດ້ກຣາບທູລຄຳນີ້ແດ່ພຣະເຈົ້າພຣົມມະທັຕກາສິກະຣາຊໃນທັນທີວ່າ:
ຂໍເດຊະ! ເພາະອັນໃດຫລື ພຣະອົງຄ໌ຈິ່ງຊົງກົວ ຫວາດຫວັ່ນ ສະດຸ້ງພຣະທັຍຟ້າວສະເດັຈລຸກຂຶ້ນ ຂ້ານ້ອຍ?
ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສຕອບວ່າ ເຈົ້າຊາຍໜຸ່ມ ເຮົາຝັນວ່າ ທີຄາວຸຣາຊະກຸມາຣໂອຣົສຂອງພຣະເຈົ້າທີຄີຕິໂກສົລຣາຊຟາດຟັນເຮົາດ້ວຍພຣະແສງຂັນໃນທີ່ນີ້ ເພາະເຫຕນັ້ນ ເຮົາຈິ່ງກົວ ຫວາດຫວັ່ນ ຕົກໃຈຟ້າວລຸກຂຶ້ນ.
ທັນໃດນັ້ນ ທີຄາວຸຣາຊະກຸມາຣຈັບພຣະສຽນຂອງພຣະເຈົ້າພຣົມມະທັຕກາສິກະຣາຊດ້ວຍພຣະຫັຕຖ໌ຊ້າຍ ຊັກພຣະແສງຂັນດ້ວຍພຣະຫັຕຖ໌ຂວາ ແລ້ວໄດ້ກ່າວຄຳຂູ່ແກ່ພຣະເຈົ້າພຣົມມະທັຕກາສິກະຣາຊວ່າ:
ຂໍເດຊະ! ຂ້ານ້ອຍຄືທີຄາວຸຣາຊະກຸມາຣ ໂອຣົສຂອງພຣະເຈົ້າທີຄີຕິໂກສົລຣາຊຄົນນັ້ນ ພຣະອົງຄ໌ຊົງກໍ່ຄວາມພິນາດຈິບຫາຍແກ່ພວກເຮົາມາກມາຍຄື ຊົງຊ່ວງຊິງຣີ້ພົລ ຣາຊະພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພວກເຮົາໄປ ແລະຍັງໄດ້ປົງພຣະຊົນຊີບພຣະຊະນົກຊົນນະນີຂອງເຮົາອີກດ້ວຍ ເວລານີ້ເປັນເວລາທີ່ຂ້ານ້ອຍພົບຄູ່ເວຣແລ້ວລະ.
ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງຊົບພຣະສຽນລົງແທບຍຸຄົລບາທຂອງທີຄາວຸຣາຊະກຸມາຣ ແລ້ວໄດ້ຕຣັສຄຳວິງວອນແກ່ເຈົ້າຊາຍວ່າ:
ທີຄາວຸ! ເຈົ້າຈົ່ງໃຫ້ຊີວິຕແກ່ເຮົາ ທີຄາວຸ ເຈົ້າຈົ່ງໃຫ້ຊີວິຕແກ່ເຮົາດ້ວຍເຖີດ.
ທີຄາວຸກຣາບທູລວ່າ:
ຂ້ານ້ອຍຫລືຈະເອື້ອມອາດທູລເກົ້າຖວາຍຊີວິຕແກ່ພຣະອົງຄ໌ ພຣະອົງຄ໌ຕ່າງຫາກຄວນພຣະຣາຊະທານຊີວິຕແກ່ຂ້ານ້ອຍ.
ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສວ່າ:
ທີຄາວຸ! ຖ້າຢ່າງນັ້ນ ເຈົ້າຈົ່ງໃຫ້ຊິວີດແກ່ເຮົາ ແລະເຮົາກໍໃຫ້ຊີວິຕແກ່ເຈົ້າ.
ຄັ້ງນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊ ແລະທີຄາວຸຣາຊະກຸມາຣຕ່າງໄດ້ໃຫ້ຊີວິຕແກ່ກັນແລະກັນ ໄດ້ຈັບພຣະຫັຕຖ໌ກັນ ແລະໄດ້ທຳກາຣສາບານ ເພື່ອບໍ່ທຳຮ້າຍກັນ ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງໄດ້ຕຣັສຄຳນີ້ແກ່ທີຄາວຸຣາຊະກຸມາຣວ່າ:
ທີຄາວຸ! ຖ້າເຊັ່ນນັ້ນ ເຈົ້າຈົ່ງທຽມຣົຖໄປກັນເຖີດ.
ທີຄາວຸຣາຊະກຸມາຣທູລຮັບສະໜອງພຣະບໍຣົມຣາຊະອົງກາຣວ່າ ເປັນດັ່ງພຣະກະແສຮັບສັ່ງ ຂ້ານ້ອຍ ດັ່ງນັ້ນແລ້ວ ທຽມຣົຖ ໄດ້ກຣາບທູລພຣະເຈົ້າພຣົມມະທັຕກາສິກະຣາຊວ່າ:
ຣົຖພຣະທີ່ນັ່ງທຽມສຳເຣັຈແລ້ວ ຂ້ານ້ອຍ ບັດນີ້ ຂໍພຣະອົງຄ໌ໂປດຊົງຊາບກາລອັນຄວນເຖີດ ຂ້ານ້ອຍ!
ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງຊົງສະເດັຈຂຶ້ນຣົຖ ແລ້ວທີຄາວຸຣາຊະກຸມາຣກໍຂັບຣົຖໄປ ໂດຍວິທີທີ່ບໍ່ນານເທົ່າໃດກໍມາພົບກອງທະຫານ ຄັນພຣະເຈົ້າພຣົມມະທັຕກາສິກະຣາຊສະເດັຈເຂົ້າສູ່ພຣະນະຄອຣພາຣານະສີແລ້ວ ຊົງພຣະກະຣຸນາໂປດໃຫ້ຮຽກປະຊຸມໝູ່ອຳມາຕ ຣາຊະບໍຣິສັທ ໄດ້ຕຣັສຖາມຄວາມໃນຂໍ້ນີ້ວ່າ:
ທ່ານທັງຫລາຍ! ຖ້າທ່ານທັງຫລາຍພົບທີຄາວຸຣາຊະກຸມາຣໂອຣົສຂອງພຣະເຈົ້າທີຄີຕິໂກສົລຣາຊ ຈະເຮັດແນວໃດກັບເຂົາ?
ອຳມາຕບາງພວກກຣາບທູລວ່າ ຂໍເດຊະ ພວກຂ້ານ້ອຍຈະຕັດມື ຕັດເທົ້າ ຕັດທັງມືທັງເທົ້າ ຈະຕັດຫູ ຈະຕັດດັງ ຈະຕັດທັງຫູທັງດັງ ຈະຕັດຫົວ ຂ້ານ້ອຍ!
ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສວ່າ: ທ່ານທັງຫລາຍ ຊ່າຍໜຸ່ມຜູ້ນີ້ແລຄື ທີຄາວຸຣາຊະກຸມາຣ ໂອຣົສຂອງພຣະເຈົ້າທີຄີຕິໂກສົລຣາຊຄົນນັ້ນ ຊາຍໜຸ່ມຜູ້ນີ້ໃຜໆຈະທຳອັນໃດບໍ່ໄດ້ ເພາະຊາຍໜຸ່ມຜູ້ນີ້ໄດ້ໃຫ້ຊີວິຕແກ່ເຮົາ ແລະເຮົາກໍໄດ້ໃຫ້ຊີວິຕແກ່ຊາຍໜຸ່ມຜູ້ນີ້ ຄັນແລ້ວໄດ້ຕຣັສຖາມຄວາມຂໍ້ນີ້ແກ່ທີຄາວຸຣາຊະກຸມາຣວ່າ:
ທີຄາວຸ! ພຣະຊະນົກຂອງເຈົ້າໄດ້ຕຣັສຖ້ອຍຄຳໄວ້ເມື່ອໃກ້ຈະສວັນຄົຕວ່າ ທີຄາວຸ! ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ ດັ່ງນີ້ ພຣະຊະນົກຂອງເຈົ້າໄດ້ຕຣັສຄຳນັ້ນ ໝາຍຄວາມວ່າຢ່າງໃດ?
ທີຄາວຸຣາຊະກຸມາຣກຣາບທູລວ່າ: ຂໍເດຊະ ພຣະຊະນົກຂອງຂ້ານ້ອຍໄດ້ຕຣັສພຣະບໍຣົມຣາໂຊວາທໄວ້ເມື່ອໃກ້ ສວັນຄົຕວ່າ ເຈົ້າຢ່າເຫັນແກ່ຍາວ ດັ່ງນີ້ ໝາຍຄວາມວ່າ ເຈົ້າຢ່າໄດ້ຈ່ອງເວຣໃຫ້ຍືດເຍື້ອ ເພາະສະນັ້ນ ພຣະຊະນົກຂອງຂ້ານ້ອຍຈິ່ງໄດ້ຕຣັສພຣະບໍຣົມຣາໂຊວາທໄວ້ເມື່ອໃກ້ສວັນຄົຕວ່າ ເຈົ້າຢ່າເຫັນແກ່ຍາວ.
ພຣະຊະນົກຂອງຂ້ານ້ອຍໄດ້ຕຣັສພຣະບໍຣົມຣາໂຊວາທໄວ້ເມື່ອໃກ້ສວັນຄົຕວ່າ ເຈົ້າຢ່າເຫັນແກ່ສັ້ນ ດັ່ງນີ້ ໝາຍຄວາມວ່າ ເຈົ້າຢ່າແຕກແຍກຈາກມິຕໄວຫລາຍ ເພາະສະນັ້ນ ພຣະຊະນົກຂອງຂ້ານ້ອຍຈິ່ງໄດ້ຕຣັສພຣະບໍຣົມຣາໂຊວາທໄວ້ເມື່ອໃກ້ສວັນຄົຕວ່າ ເຈົ້າຢ່າເຫັນແກ່ສັ້ນ.
ພຣະຊະນົກຂອງຂ້ານ້ອຍໄດ້ຕຣັສພຣະບໍຣົມຣາໂຊວາທໄວ້ເມື່ອໃກ້ສວັນຄົຕວ່າ ທີຄາວຸ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ ດັ່ງນີ້ ໝາຍຄວາມວ່າ ພຣະຊະນົກຊົນນະນີຂອງຂ້ານ້ອຍຖືກພຣະອົງຄ໌ປົງພຣະຊົນຊີບຂອງພຣະອົງຄ໌ ຄົນເຫລົ່າໃດໃຝ່ໃນຄວາມຈະເຣີນຂອງພຣະອົງຄ໌ ຄົນເຫລົ່ານັ້ນຈະປົງຊີວິຕຂອງຂ້ານ້ອຍ ຄົນເຫລົ່າໃດໃຝ່ໃນຄວາມຈະເຣີນຂອງຂ້ານ້ອຍ ຄົນເຫລົ່ານັ້ນຈະປົງຊີວິຕຄົນເຫລົ່ານັ້ນ ເມື່ອເປັນເຊັ່ນນີ້ ເວຣນັ້ນຍ່ອມບໍ່ຣະງັບເພາະເວຣ ແຕ່ມາບັດນີ້ ພຣະອົງຄ໌ຊົງພຣະກະຣຸນາໂປດພຣະຣາຊະທານຊີວິຕແກ່ຂ້ານ້ອຍ ແລະຂ້ານ້ອຍກໍໄດ້ທູລຖວາຍພຣະຊົນຊີບແກ່ພຣະອົງຄ໌ ເປັນອັນວ່າເວຣນັ້ນຣະງັບແລ້ວ ເພາະກາຣບໍ່ຈ່ອງເວຣ.
ພຣະຊະນົກຂອງຂ້ານ້ອຍຈິ່ງໄດ້ຕຣັສພຣະບໍຣົມຣາໂຊວາທອັນນີ້ແລໄວ້ເມື່ອໃກ້ຈະສວັນຄົຕວ່າ: ທີຄາວຸ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ ຂ້ານ້ອຍ!
ລຳດັບນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊຕຣັສວ່າ ທ່ານຜູ້ຈະເຣີນທັງຫລາຍ ໜ້າອັສສະຈັນຍ໌ຫລາຍ ບໍ່ເຄີຍມີເລີຍ ທີຄາວຸຣາຊະກຸມາຣນີ້ເປັນບັນດິຕ ຈິ່ງໄດ້ເຂົ້າໃຈເນື້ອຄວາມແຫ່ງພາສິຕອັນພຣະຊະນົກຕຣັສແລ້ວໂດຍຫຍໍ້ໄດ້ໂດຍພິສດານ ແລ້ວຊົງພຣະກະຣຸນາໂປດພຣະຣາຊທານຄືນຣີ້ພົລ ຣາຊະພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣອັນເປັນພຣະຣາຊະສົມບັດຂອງພຣະຊະນົກ ແລະໄດ້ພຣະຣາຊະທານພຣະຣາຊະທິສາອະພິເສກສົມຣົສດ້ວຍ.
ພິກຂຸທັງຫລາຍ! ຂັນຕິ ໂສຣັຈຈະ ເຫັນປານນີ້ ໄດ້ມີແລ້ວແກ່ພຣະຣາຊາເຫລົ່ານັ້ນ ຜູ້ຖືອາດຍາ ຜູ້ຖືສັສຕຣາ ກໍກາຣທີ່ພວກເຈົ້າທັງຫລາຍບວດໃນທັມວິນັຍ ອັນເຮົາກ່າວດີແລ້ວຢ່າງນີ້ ມີຄວາມອົດທົນແລະສງົບສະຫງ່ຽມນັ້ນ ກໍຍ່ອມງົດງາມໃນທັມວິນັຍນີ້.
🙏🙏🙏ສາທຸຂ້ານ້ອຍ
🌷🙏🙏🙏🌷ພະສູຕນີ້ຊາບຊື້ງຫລາຍພ້ອມຄຳສອນທີ່ປະເສີດຂອງພຣະຜູ້ມີພຣະພາຄ ຂ້ານ້ອຍ