top of page
Pile Of Books

Sutta in the Lao Language

"Furthermore, a bhikkhu is very learned, remembering and keeping what they’ve learned. These teachings are good in the beginning, good in the middle, and good in the end, meaningful and well-phrased, describing a spiritual practice that’s entirely full and pure."

wes-grant-244yXzOilz0-unsplash (1).jpg

ຣາທະ! ປະຣິນຍາເປັນຢ່າງໃດ?

ຄວາມສິ້ນຣາຄະ, ຄວາມສິ້ນໂທສະ, ຄວາມສິ້ນໂມຫະ. ຣາທະ ນີ້ຮຽກວ່າ: ປະຣິນຍາ.

statue-buddhism-asia-painting-face-art-760803-pxhere.com.jpg

"ສາຣີບຸຕ! ອະຣິຍະສາວົກໃດມີສັທທາຕັ້ງໝັ້ນ ເຫລື້ອມໃສຢ່າງຍິ່ງໃນຕະຖາຄົຕ ອະຣິຍະສາວົກນັ້ນຍ່ອມບໍ່ເຄືອບແຄງຫລືສົງໃສໃນຕະຖາຄົຕ ຫລືໃນສາສນາຂອງຕະຖາຄົຕ.

daniel-brubaker-yELZYklNwZE-unsplash.jpg

ພິກຂຸທັງຫລາຍ! ສິ່ງໃດບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະສິ່ງນັ້ນເສຍ ສິ່ງນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.

reading a book.jpg

ອາວຸໂສ ສາຣີບຸຕ! ດ້ວຍເຫຕພຽງເທົ່າໃດໜໍ ພິກຂຸຈຶ່ງຈະເປັນຜູ້ໃຄ່ຄວນໄດ້ໄວໃນກຸສົລທັມທັງຫລາຍ ຮຽນໄດ້ດີ ຮຽນໄດ້ຫລາຍ ແລະສິ່ງທີ່ເຂົາຮຽນແລ້ວຍ່ອມບໍ່ຫລົງລືມ?

pexels-jon-li-2421953.jpg

ພິກຂຸທັງຫລາຍ! ເພາະອາສັຍສັມມັຕຕະ ຈຶ່ງມີກາຣບັນລຸຜົລ ບໍ່ມີກາຣພາດຈາກກາຣບັນລຸຜົລ. ເພາະອາສັຍສັມມັຕຕະຢ່າງໃດ ຈຶ່ງມີກາຣບັນລຸຜົລ ບໍ່ມີກາຣພາດຈາກກາຣບັນລຸຜົລ?

many buddhist monks.jpg

ພິກຂຸທັງຫລາຍ! ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ຢ່າງແນ່ນອນ ເພາະຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືກງູກັດຈົນມໍຣະນະພາບ ຕະກຸນພະຍາງູທັງ ໔ ເປັນຢ່າງໃດ?

DSCN0625.JPG

"ບຸຕ ພະຣິຍາ ມິຕ ອະມາຕ ໝູ່ຍາຕແລະຄົນທີ່ເຂົ້າໄປອາສັຍລ້ຽງຊີບທັງຫລາຍໃນໂລກນີ້ ໄດ້ອາສັຍກຸລະບຸຕຜູ້ມີສັທທາ ສົມບູນດ້ວຍສີລ ຍ່ອມຈະເຣີນໄດ້..."

katarzyna-kos-sCFKb-7K130-unsplash.jpg

ອານົນທ໌! ສະຕຣີຫລືບຸຣຸສໃນບ້ານຫລືນິຄົມໃດໃນໂລກນີ້ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌...(ອ່ານຕໍ່)

silhouette-light-black-and-white-sky-night-photography-1414673-pxhere.com.jpg

The Buddha's words

ມັຊຊິມະນິກາຍ ອຸປະຣິປັນນາສ ໑໔/໑໖໑-໑໗໑/໒໙໔-໓໑໗

DSCN0382.JPG

ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ

ວິສາຂາ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ. 

meditation under tree.jpg

ອົງຄ໌ແຫ່ງຄວາມພຽນ ໕ ປະກາຣ

ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? (ປັນຈິມານິ ພິກຂະເວ ປະທານິຍັງຄານິ ກະຕະມານິ ປັນຈະ)

meditation under tree with white long T-shirt.jpg

ອານາປານະສະຕິສະມາທິ

ພິກຂຸທັງຫລາຍ! ອານາປານະສະຕິອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່. ກໍອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫລາຍແລ້ວຢ່າງໃດ ຈຶ່ງມີຜົລໃຫຍ່ ມີອານິສົງສ໌ໃຫຍ່?

luke-ellis-craven-_tfFjSyIUZY-unsplash.jpg

ອະຣິຍະສັຈ ໔

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ ນີ້ທຸກຂ໌, ນີ້ເຫຕໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ທາງດຳເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌.

greg-johnson-uDCZXC9pUnU-unsplash.jpg

ເມື່ອບໍ່ຕັ້ງຢູ່ໃນທັມ ພັຍທັງຫລາຍກໍເກີດຂຶ້ນ

ພິກຂຸທັງຫລາຍ! ສມັຍໃດ ພຣະຣາຊາເປັນຜູ້ບໍ່ຕັ້ງຢູ່ໃນທັມ ສມັຍນັ້ນ ແມ່ນແຕ່ພວກຂ້າຣາຊະກາຣກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ ເມື່ອພວກຂ້າຣາຊະກາຣບໍ່ຕັ້ງຢູ່ໃນທັມ ສມັຍນັ້ນ ພຣາມແລະຄະຫະບໍດີກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ ເມື່ອພຣາມແລະຄະຫະບໍດີບໍ່ຕັ້ງຢູ່ໃນທັມ ສມັຍນັ້ນ ຊາວບ້ານ ຊາວຊົນບົທກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ...

horizon-silhouette-light-woman-sunrise-sunset-99277-pxhere.com.jpg

ທັມເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດໜໍ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ?

nilantha-sanjeewa-MtJex3G6m6U-unsplash.jpg

09

10

eric-ward-i5_bB201TDQ-unsplash (2).jpg
ben-white-1MHU3zpTvro-unsplash.jpg

11

ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະ,

ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະ,

ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະ,

ບຸຄຄົລຜູ້ມີສຸຕະຫລາຍ ທັງເຂົ້າເຖິງດ້ວຍສຸຕະ,

12

writing-hand-word-number-sign-finger-666781-pxhere.com.jpg
mike-erskine-1GmWTWq-ct8-unsplash.jpg

13

14

thomas-oxford-AHAS3599r_M-unsplash.jpg
person-sunset-dusk-sitting-monk-meditate-1181268-pxhere.com (2).jpg

15

16

ມະຫາຣາຊ! ບຸຄຄົລຜູ້ມືດມາແລ້ວມືດຕໍ່ໄປເປັນຢ່າງໃດ?

ມະຫາຣາຊ! ບຸຄຄົລບາງຄົນໃນໂລກນີ້ ເກີດໃນຕະກຸລຕ່ຳ ຄືໃນຕະກຸລຈັນທາລ ໃນຕະກຸລຈັກສານ ...

dulana-kodithuwakku-0R-rPOSUyxw-unsplash.jpg
tree-nature-branch-light-plant-sunlight-548906-pxhere.com.jpg

17

18

DSCN0547.JPG
0D6139B9-5346-487A-8E2E-20062EBBD946.jpg

19

20

light-architecture-art-asia-asian-asokaram-1603471-pxhere.com.jpg
henrik-hansen-U4KIUpJFmcg-unsplash.jpg

21

22

pablo-heimplatz-EAvS-4KnGrk-unsplash.jpg
spencer-goggin-M3UHrqGPfnw-unsplash.jpg

23

"ທີຄາວຸ ເຈົ້າຢ່າເຫັນແກ່ຍາວ ເຈົ້າຢ່າເຫັນແກ່ສັ້ນ ເວຣທັງຫລາຍຍ່ອມບໍ່ຣະງັບເພາະກາຣຈ່ອງເວຣເລີຍ ແຕ່ຍ່ອມຣະງັບໄດ້ເພາະກາຣບໍ່ຈ່ອງເວຣ..."

24

"ນິ້ງເສຍເຖີດລູກອຸຕຕຣາ! ນິ້ງເສຍເຖີດລູກປຸນັພພະສຸ! ຈົນກວ່າແມ່ຈະຟັງທັມຂອງພຣະພຸທທະເຈົ້າຜູ້ປະເສີດຜູ້ເປັນພຣະສາສດາຈົບ. ພຣະຜູ້ມີພຣະພາຄຕຣັສນິພພານອັນເປັນເຄື່ອງເປື້ອງຕົນເສຍຈາກກິເລສເຄື່ອງຜູກມັດທັງປວງ ເວລາທີ່ປາຖນາໃນທັມນັ້ນຈະລ່ວງເລີຍແມ່ໄປເສຍ..."

johannes-plenio-a72o8w9HC2w-unsplash.jpg
meditation under tree with white long T-shirt.jpg

ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣ ຈຶ່ງຮັກສາສີລ; ໓ ປະກາຣເປັນຢ່າງໃດ? ຄື ບັນດິຕປາຖນາຢູ່ວ່າ:

ຂໍຄວາມສັນລະເສີນຈົ່ງມາເຖິງເຮົາ,

ຂໍໂພຄະສົມບັຕຈົ່ງເກີດຂຶ້ນແກ່ເຮົາ,

ເມື່ອແຕກກາຍຕາຍໄປ ຂໍເຮົາໄດ້ເຂົ້າເຖິງສຸຄະຕິໂລກສວັນ.

DSCN0370.JPG
tijs-van-leur-Qnlp3FCO2vc-unsplash (1).jpg

"ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກໂມຫະ ອັນກິເລສເຄື່ອງຜູກຄືໂມຫະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂມຫະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ ນັກເຕັ້ນລຳນັ້ນ ຕົນເອງກໍມົວເມົາປະມາທ ຕັ້ງຢູ່ໃນຄວາມປະມາທ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນນະຣົກຊື່ ປະຫາສະ."

"ພິກຂຸທັງຫລາຍ! ທັມສະມາທານ ໔ ຢ່າງນີ້, ໔ ຢ່າງເປັນຢ່າງໃດ? 

ທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປກໍມີ.

ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປກໍມີ.

ທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປກໍມີ.

ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປກໍມີ."

hennie-stander-cYPbGVr3njE-unsplash.jpg
many women is practicing meditation with white cloth..jpg

ພິກຂຸທັງຫລາຍ! ນາງສຸຊາດາ ທິດາຂອງເສນານີກຸດຸມພີ ເລີດກວ່າພວກອຸປາສິກາສາວິກາຂອງເຮົາຜູ້ເຖິງສະຣະນະກ່ອນ...

pexels-felixmittermeier-957024.jpg
man-beach-sea-coast-water-nature-1329640-pxhere.com.jpg

ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ອັນທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມເສົ້າໂສກ ຮ່ຳໄຮຣຳພັນ ທຸບເອິກ ຄ່ຳຄວນ ຍ່ອມເຖິງຄວາມງົມງາຍ ເຂົາຍ່ອມສເວີຍເວທະນາ ໒ ຢ່າງຄື ເວທະນາທາງກາຍແລະເວທະນາທາງໃຈ.

ພິກຂຸທັງຫລາຍ ຖານະ ໕ ປະກາຣນີ້ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ; ໕ ປະກາຣເປັນຢ່າງໃດ?

dominik-lange-VUOiQW4OeLI-unsplash.jpg
francisco-gonzalez-M8UEJd58GcE-unsplash.jpg

ພິກຂຸທັງຫລາຍ! ໂລກະທັມ ໘ ປະກາຣນີ້ແລ ຍ່ອມໝູນໄປຕາມໂລກ ແລະໂລກກໍໝູນໄປຕາມໂລກະທັມ ໘ປະກາຣນີ້.

ພິກຂຸທັງຫລາຍ! ລາພກໍດີ, ຄວາມເສື່ອມລາພກໍດີ, ຍົສກໍດີ, ຄວາມເສື່ອມຍົສກໍດີ, ນິນທາກໍດີ ສັນລະເສີນກໍດີ, ສຸຂກໍດີ, ທຸກຂ໌ກໍດີ ຍ່ອມເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ແລະຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ. 

A monk is practicing meditation under a tree..jpg
reading a book.jpg

ພິກຂຸທັງຫລາຍ ອານິສົງສ໌ ໔ ປະກາຣຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິຍ່ອມຫວັງໄດ້...

ພິກຂຸທັງຫລາຍ ຖານະ ໕ ປະກາຣນີ້ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ; ໕ ປະກາຣເປັນຢ່າງໃດ?

burma-myanmar-u-leg-bridge-monk-landscape-1368725-pxhere.com.jpg
a way in the forest.jpg

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຍັງຈຳໂອຣັມພາຄິຍະສັງໂຍຊນ໌ ໕ ທີ່ເຮົາສະແດງແລ້ວໄດ້ຫລືບໍ່?

ພິກຂຸທັງຫລາຍ! ວິໂມກຂ໌ ໘ ປະກາຣນີ້, ໘ ປະກາຣເປັນຢ່າງໃດ?

ຜູ້ມີຣູປ ຍ່ອມເຫັນຣູປທັງຫລາຍ ນີ້ເປັນວິໂມກຂ໌ປະກາຣທີ ໑

ບຸຄຄົລມີອະຣູປສັນຍາໃນພາຍໃນ ຍ່ອມເຫັນຣູປທັງຫລາຍໃນພາຍນອກ ນີ້ເປັນວິໂມກຂ໌ປະກາຣທີ ໒

ບຸຄຄົລທີ່ນ້ອມໃຈໄປວ່າ ງາມ (ສຸພັນເຕວະ ອະທິມຸຕໂຕ ໂຫຕິ) ນີ້ເປັນວິໂມກຂ໌ປະກາຣທີ ໓

......

josh-williams-K_rvtOfWzuM-unsplash.jpg
bruno-aguirre-uLMEcr1O-1I-unsplash.jpg

ພິກຂຸທັງຫລາຍ ອານິສົງສ໌ ໔ ປະກາຣຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິຍ່ອມຫວັງໄດ້...

ພິກຂຸທັງຫລາຍ ຖານະ ໕ ປະກາຣນີ້ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມ ຫລືໃຜໆໃນໂລກຍ່ອມບໍ່ໄດ້ສົມປາຖນາ; ໕ ປະກາຣເປັນຢ່າງໃດ?

daiga-ellaby--0KARP5Jh_8-unsplash.jpg
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page